ຕາມທ່ານ Trump ແລ້ວ, ມີປະມານ 200 ປະເທດ ຈະໄດ້ຮັບແຈ້ງການຈາກ ອາເມລິກາ ໃນໄວໆນີ້ກ່ຽວກັບອັດຕາພາສີທີ່ຄາດວ່າປະເທດນີ້ຈະຈັດວາງສຳລັບສິນຄ້າທີ່ສົ່ງອອກໄປຍັງອາເມລິກາ. ກ່ອນໜ້ານັ້ນ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ໄດ້ຈັດວາງອັດຕາພາສີຕື່ມອີກ 10% ສຳລັບປະເທດສ່ວນຫຼາຍນັບແຕ່ເດືອນ ເມສາ ແລະຄາດວ່າຈະເພີ່ມອັດຕາພາສີເພີ່ມເຕີມສຳລັບຫຼາຍປະເທດອື່ນນັບແຕ່ວັນທີ 01 ສິງຫາ.

ເມື່ອເວົ້າເຖິງການພົວພັນດ້ານການຄ້າກັບ ຈີນ, ໜຶ່ງໃນບັນດາຈຸດສຸມຂອງນະໂຍບາຍດ້ານການຄ້າຂອງອາເມລິກາ, ທ່ານປະທານາທິບໍດີ Trump ປາດຖະໜາວ່າ ຈີນ ຈະເປີດປະຕູຫຼາຍກວ່າອີກ ແລະອາເມລິກາ ຈະເຊື່ອມຕໍ່ການເຈລະຈາດ້ານການຄ້າກັບ ໄທ ແລະກໍາປູເຈຍ ພາຍຫຼັງທີ່ສອງປະເທດນີ້ບັນລຸໄດ້ຂໍ້ຕົກລົງຢຸດຍິງ ແລະສັນຕິພາບ.

ແຫຼ່ງຄັດຈາກ: vovworld.vn