leftcenterrightdel
ທ່ານປະທານາທິບໍດີອາເມລິກາ Donald Trump ພົບປະກັບທ່ານນາຍົກລັດຖະມົນຕີອັງກິດ Keir Starmer ໃນວັນທີ 28 ກໍລະກົດ 2025. ພາບ: REUTERS/Evelyn Hockstein

ເມື່ອກ່າວຄຳເຫັນໃນການພົບປະກັບທ່ານປະທານາທິບໍດີ ອັງກິດ Keir Starmer ຢູ່ Scotland, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານບໍ່ພໍໃຈກັບຄວາມຄືບໜ້າໃນຄວາມມານະພະຍາຍາມຢຸດຕິການປະທະກັນລະຫວ່າງລັດເຊຍ ແລະຢູແກຼນ ໃນປັດຈຸບັນ. ອາເມລິກາ ຈະຈັດວາງບັນດາມາດຕະການລົງໂທດເພີ່ມເຕີມສຳລັບລັດເຊຍ ແລະບັນດາປະເທດທີ່ຊື້ສິນຄ້າສົ່ງອອກຂອງ ລັດເຊຍ ຖ້າບໍ່ບັນລຸໄດ້ຂໍ້ຕົກລົງໃນໄວໆນີ້.

ໃນການຜັນແປທີ່ກ່ຽວຂ້ອງ, ວັນທີ 28 ກໍລະກົດ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ລັດເຊຍ ຍັງບໍ່ທັນດຳເນີນບໍ່ວ່າການກະກຽມລະອຽດໃດໃຫ້ແກ່ການພົບປະລະຫວ່າງທ່ານປະທານາທິບໍດີລັດເຊຍ Vladimir Putin ແລະທ່ານປະທານາທິບໍດີອາເມລິກາ Donald Trump ຢູ່ ຈີນ ໃນເດືອນກັນຍາຈະມາເຖິງ ເພາະວ່າສອງຝ່າຍຍັງບໍ່ທັນເຫັນດີເປັນເອກະພາບຕໍ່ການດຳເນີນ. ເຖິງຢ່າງໃດກໍຕາມ, ຖ້າທ່ານປະທານາທິບໍດີອາເມລິກາ ກໍຕັດສິນໃຈເດີນທາງໄປຍັງ ຈີນ ໃນຈຸດເວລາດຽວກັນນັ້ນ, “ຕາມທິດສະດີແລ້ວ, ການພົບປະອາດຈະຖືກດຳເນີນຖ້າປະມຸກລັດ ສອງປະເທດພ້ອມກັນມີໜ້າຢູ່ນະຄອນດຽວກັນ”.

ແຫຼ່ງຄັດຈາກ: vovworld.vn