leftcenterrightdel
ບັນຍາກາດທີ່ພິທີໄຂ. ພາບ: UN

ເມື່ອກ່າວຄຳເຫັນໃນພິທີໄຂ, ທ່ານ Jean-Nobel Barrot ລັດຖະມົນຕີການຕ່າງປະເທດຝລັ່ງ ຮຽກຮ້ອງໃຫ້ມີ “ບາດກ້າວຕັດສິນ” ມຸ່ງໄປເຖິງການແກ້ໄຂການປະທະກັນ; ທ່ານຢັ້ງຢືນວ່າ ມີພຽງແຕ່ມາດຕະການຄົງຕົວ 2 ລັດ ຈຶ່ງຕອບສະໜອງໄດ້ຄວາມມຸ່ງຫວັງອັນຊອບທຳຂອງທັງສອງຊາດ. ທ່ານ Barrot ຮຽກຮ້ອງໃຫ້ມີ “ບັນດາມາດຕະການລະອຽດ” ເພື່ອສ້າງຕັ້ງລັດປາແລັດສະຕິນ, ລວມມີການຮັບຮອງເອົາປາແລັດສະຕິນ ຢ່າງເປັນທາງການ ແລະຫັນການພົວພັນກັບອິດສະຣາແອັນ ເປັນປົກກະຕິ, ປະຕິຮູບບັນດາລະບອບລະບຽບການປາແລັດສະຕິນ ແລະມາດຕະການ ຮາມາດສ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ເນັ້ນໜັກວ່າ ການປະທະກັນລະຫວ່າງ ອິດສະຣາແອັນ-ປາແລັດສະຕິນ ອາດຈະແກ້ໄຂໄດ້ ແລະຮຽກຮ້ອງໃຫ້ມີການກະທຳທາງການເມືອງທີ່ຫານກ້າເພື່ອກອບກູ້ເອົາມາດຕະການຄົງຕົວທັງສອງລັດ.

ແຫຼ່ງຄັດຈາກ: vovworld.vn