leftcenterrightdel
ທອງ ໄດ້ຜະລິດຢູ່ໂຮງງານແຫ່ງໜຶ່ງຂອງ ຈີນ. ພາບ: THX/TTXVN

ໜັງສືພິມ South China Morning Post ສະບັບອອກໃນວັນທີ 27 ກໍລະກົດ ໄດ້ຄັດສະເໜີແຫຼ່ງຂ່າວ ໂດຍໃຫ້ຫຮູ້ວ່າ ຈີນ ແລະອາເມລິກາ ຄາດວ່າຈະຕໍ່ກຳນົດເວລາຕື່ມອີກ 90 ວັນ ຕໍ່ການຈັດວາງອັດຕາພາສີໃສ່ສິນຄ້າຂອງກັນ ໃນການເຈລະຈາທາງການຄ້າຢູ່ນະຄອນ Stockholm, ປະເທດຊູແອັດ, ເລີ່ມແຕ່ວັນທີ 28 ກໍລະກົດ. ເດືອນພຶດສະພາຜ່ານມາ, ສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ໄດ້ເຫັນດີເປັນເອກະພາບລົບລ້າງບັນດາອັດຕາພາສີອາກອນສູງສ່ວນຫຼາຍທີ່ຈັດວາງໃສ່ສິນຄ້າຂອງກັນໃນຮອບເວລາ 90 ວັນເພື່ອສືບຕໍ່ເຈລະຈາ, ເຊິ່ງ ເວລາກຳນົດຢຸດຊົ່ວຄາວນີ້ຈະສິ້ນສຸດໃນວັນທີ 12 ສິງຫາ. ໃນໄລຍະເວລາຕໍ່ກຳນົດຕື່ມອີກ 90 ວັນນີ້, ສອງຝ່າຍຈະໃຫ້ຄຳໝັ້ນສັນຍາບໍ່ຈັດວາງລະດັບພາສີໃໝ່, ກໍ່ຄື ບໍ່ເຮັດໃຫ້ຄວາມເຄັ່ງຕຶງທາງການຄ້າເພີ່ມຂຶ້ນດ້ວຍບັນດາມາດຕະການອື່ນໆ.

ແຫຼ່ງຄັດຈາກ: vovworld.vn