leftcenterrightdel
ການປະທະກັນເກີດຂຶ້ນຢູ່ຫຼາຍບ່ອນຢູ່ເຂດຊາຍແດນລະຫວ່າງ ໄທ ແລະ ກຳປູເຈຍ. ພາບ: ກຳລັງປະກອບອາວຸດ ໄທ.

ວັນທີ 27 ກໍລະກົດ, ຫ້ອງວ່າການນາຍົກລັດຖະມົນຕີ ໄທ ໃຫ້ຮູ້ວ່າ ຄາດວ່າກອງປະຊຸມຈະດຳເນີນໃນວັນທີ 28 ກໍລະກົດ ທີ່ຫ້ອງວ່າການນາຍົກລັດຖະມົນຕີ ມາເລເຊຍ ຢູ່ Kuala Lumpur. ຄະນະຜູ້ແທນ ໄທ ໂດຍທ່ານ ພູມທຳ ເວບຊະນະໄຊ ຜູ້ຮັກສາການນາຍົກລັດຖະມົນຕີ ໄທ ນຳໜ້າ ດ້ວຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ຂັ້ນສູງ.   ໃນຂະນະນັ້ນ, ຕອນຄ່ຳວັນທີ 27 ກໍລະກົດ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ກໍ່ຢັ້ງຢືນຈະນຳໜ້າຄະນະຜູ້ແທນປະເທດນີ້ ເຂົ້າຮ່ວມການປຶກສາຫາລືພິເສດຢູ່ນະຄອນຫຼວງ Kuala Lumpur ຂອງມາເລເຊຍ ໃນວັນທີ 28 ກໍລະກົດ ເພື່ອແນໃສ່ຊອກຫາຄວາມອາດສາມາດທີ່ຈະບັນລຸໄດ້ສັນຕິພາບ ຢູ່ເຂດຊາຍແດນກັບ ໄທ. ການນຳ ກຳປູເຈຍ ກໍ່ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ເປົ້າໝາຍຂອງກອງປະຊຸມແມ່ນບັນລຸໄດ້ຄຳສັ່ງຢຸດຍິງໃນທັນທີ.

ແຫຼ່ງຄັດຈາກ: vovworld.vn