leftcenterrightdel
ເຄື່ອງບັນເທົາທຸກ ໂດຍເຮືອບິນປ່ອຍລົງຢູ່ເຂດກາຊາ. ພາບ: THX/TTXVN

ຕອນບ່າຍວັນທີ 27 ກໍລະກົດ, ເຮືອບິນຂົນສົ່ງເຄື່ອງບັນເທົາທຸກ ຂອງສະຫະລັດ ອາຣັບ ເອມີເລດ (UAE) ແລະຈໍແດນ ໄດ້ເລີ່ມປ່ອຍເຄື່ອງບັນເທົາທຸກມະນຸດສະທຳເຂົ້າເຂດກາຊາ, ສ້າງຂີດໝາຍຄວາມມານະພະຍາຍາມສາກົນທີ່ເປັນໜ້າສົນໃຈທີ່ສຸດ ເພື່ອແນໃສ່ປັບປຸງສະພາບການມະນຸດສະທຳຢູ່ລະດັບຮ້າຍແຮງທີ່ສຸດຢູ່ເຂດກາຊາ ຍ້ອນນະໂຍບາຍປິດລ້ອມ ແລະບຸກໂຈມຕີທາງການທະຫານ ໂດຍອິດສະລາແອັນ ກໍ່ຂຶ້ນ. ເຮືອບິນຂົນສົ່ງ 3 ລຳຂອງປະເທດນີ້ ແລະ UAE ໄດ້ປ່ອຍເຄື່ອງບັນເທົາທຸກທັງໝົດ 25 ໂຕນເຂົ້າເຂດກາຊາ. ການກະທຳໄດ້ດຳເນີນພາຍຫຼັງກອງທັບອິດສະລາແອັນ ປະກາດເລີ່ມຢຸດຊົ່ວຄາວການບຸກໂຈມຕີຍຸດທະວິທີຢູ່ບັນດາເຂດທີ່ມີປະຊາຊົນເປັນຈຳນວນຫຼາຍຢູ່ເຂດກາຊາ ເປັນເວລາ 10 ຊົ່ວໂມງ ໃນແຕ່ລະວັນ, ແຕ່ 10 ໂມງເຊົ້າ ຫາ 8 ໂມງຄ່ຳ, ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວຜັນຂະຫຍາຍການກູ້ໄພກູ້ຊີບດ້ານມະນຸດສະທຳ. ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 27 ກໍລະກົດ, ສື່ມວນຊົນ ເອຢິບ ໄດ້ລົງຂ່າວວ່າ ບັນດາລົດບັນທຸກຂົນສົ່ງເຄື່ອງຊ່ວຍເຫຼືອຂອງປະເທດນີ້ ໄດ້ເລີ່ມກ້າວເຂົ້າເຂດກາຊາຜ່ານດ່ານຊາຍແດນທາງບົກ Kerem Shalom. ນີ້ແມ່ນຄັ້ງທຳອິດທີ່ ເອຢິບ ຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະມຳເຂົ້າເຂດກາຊາ, ນັບແຕ່ເວລາ ອິດສະລາແອັນ ຈັດວາງຄຳສັ່ງປິດລ້ອມເຂດກາຊາ ຄືນໃໝ່ຍາມຕົ້ນເດືອນມີນາ ທີ່ຜ່ານມາ ເພື່ອແນໃສ່ກໍ່ຄວາມກົດດັນຕໍ່ຂະບວນການ Hamas ໃນບັນຫາຕົວປະກັນ.

ແຫຼ່ງຄັດຈາກ: vovworld.vn