ໃນຂອບເຂດການຢ້ຽມຢາມເປັນເວລາ 1 ອາທິດ, ຄາດວ່າ, ການນຳອົດສະຕາລີ ຈະມີບັນດາການພົບປະຂັ້ນສູງກັບທ່ານປະທານປະເທດຈີນ, ທ່ານນາຍົກລັດຖະມົນຕີ ແລະກຳມະການໃຫຍ່ຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດຈີນ.

ຕາມແຈ້ງການຂອງຫ້ອງວ່າການນາຍົກລັດຖະມົນຕີ ອົດສະຕາລີ ແລ້ວ, ຄາດວ່າ ໃນການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ ຈະເຮັດວຽກກັບຜູ້ຕາງໜ້າໃນບັນດາຂົງເຂດດຳເນີນທຸລະກິດ, ທ່ອງທ່ຽວ ແລະກິລາ ຢູ່ຊຽງໄຮ້ ແລະຊືຈວານ, ພ້ອມກັນນັ້ນກໍເຂົ້າຮ່ວມກອງປະຊຸມໂຕະມົນກັບຜູ້ອຳນວຍການຝ່າຍບໍລິຫານ ຢູ່ນະຄອນຫຼວງປັກກິ່ງ ໃນວັນທີ 15 ກໍລະກົດ.

ບົດຂຽນທີ່ໄດ້ລົງພິມໃນໜັງສືພິມຊິນຮວາ ວັນທີ 13 ກໍລະກົດ ໃຫ້ຂໍ້ສັງເກດວ່າ, ການພົວພັນລະຫວ່າງ ຈີນ-ອົດສະຕາລີ ພວມ “ປົວແປງໃຫ້ເປັນປົກກະຕິ" ແລະ ມີ “ກຳລັງໜູນໃໝ່”. 2 ຝ່າຍສາມາດບັນລຸຄວາມວັດທະນາຖາວອນລວມ ດ້ວຍການຄຸ້ມຄອງບັນດາຄວາມແຕກໂຕນຜ່ານ “ການເຄົາລົບເຊິ່ງກັນ ແລະກັນ ແລະສຸມໃສ່ຜົນປະໂຫຍດລວມ”.

ແຫຼ່ງຄັດຈາກ: vovworld.vn