ອາເມລິກາ ສືບຕໍ່ໂຈະການຈັດວາງອັດຕາພາສີສົມທົບສຳລັບບັນດາຄູ່ຮ່ວມມືດ້ານການຄ້າຕື່ມອີກເກືອບ 1 ເດືອນ
ວັນທີ 7 ກໍລະກົດ, ຕາມເວລາທ້ອງຖິ່ນ, ທຳນຽບຂາວ ໄດ້ແຈ້ງໃຫ້ຊາບວ່າ ທ່ານປະທານາທິບໍດີ Donald Trump ຈະລົງລາຍເຊັນລັດຖະດຳລັດແນໃສ່ໂຈະການຈັດວາງອັດຕາພາສີສຳລັບບັນດາຄູ່ຮ່ວມມືການຄ້າຂອງ ອາເມລິກາ ໄປຕື່ມອີກເກືອບ 01 ເດືອນ.
ເມື່ອຕົ້ນເດືອນເມສາ, ທ່ານປະທານາທິບໍດີ Donald Trump ໄດ້ປະກາດບັນດາລະດັບອັດຕາພາສີສົມທົບສຳລັບນັບສິບຄູ່ຮ່ວມມືດ້ານການຄ້າຂອງ ອາເມລິກາ ແລະຍົກອອກກຳນົດເວລາສຸດທ້າຍແມ່ນວັນທີ 9 ກໍລະກົດ, ເພື່ອອຳນວຍຄວາມສະດວກໃຫ້ແກ່ບັນດາປະເທດເຈລະຈາ ແລະບັນລຸໄດ້ຂໍ້ຕົກລົງກັບ ອາເມລິກາ. ເຖິງຢ່າງໃດກໍຕາມ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ຈະໂຈະການຈັດວາງອັດຕາພາສີໄປຕື່ມອີກເກືອບ 1 ເດືອນ. ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານເລຂາຝ່າຍສື່ມວນຊົນທຳນຽບຂາວ Karoline Leavitt ໃຫ້ຮູ້ວ່າ:
    |
 |
ທ່ານເລຂາຝ່າຍສື່ມວນຊົນທຳນຽບຂາວ Karoline Leavitt. ພາບ: REUTERS/Evelyn Hockstein |
“ຫຼາຍອາທິດກ່ອນ, ຂ້າພະເຈົ້າເຄີຍໄດ້ແຈ້ງໃຫ້ຊາບວ່າ ທ່ານປະທານາທິບໍດີ Trump ຈະມີບັນດາແຜນການການຄ້າ ສຳລັບແຕ່ລະປະເທດຢ່າງລະອຽດ ແລະນັ້ນແມ່ນສິ່ງທີ່ອຳນາດການປົກຄອງປັດຈຸບັນພວມສຸມໃສ່ປະຕິບັດ. ມື້ນີ້, ທ່ານປະທານາທິບໍດີ Trump ຈະລົງລາຍເຊັນໃນລັດຖະດຳລັດຕໍ່ກຳນົດເວລາຈັດວາງອັດຕາພາສີ ແຕ່ວັນທີ 9 ກໍລະກົດ ມາເປັນ 01 ສິງຫາ. ບັນດາລະດັບອັດຕາພາສີສົມທົບໃໝ່ຈະໄດ້ແຈ້ງເຖິງການນຳບັນດາປະເທດພາຍໃນ 01 ເດືອນຈະມາເຖິງ ຫຼືວ່າ ຖ້າບັນລຸໄດ້ຂໍ້ຕົກລົງ, ບັນດາປະເທດນີ້ຈະສືບຕໍ່ເຈລະຈາກັບ ອາເມລິກາ”.
ກ່ອນໜ້ານັ້ນ ໃນວັນດຽວກັນ, ໃນສື່ສັງຄົມ TruthSocial, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ທ່ານໄດ້ຝາກຈົດໝາຍເຖິງການນຳບັນດາປະເທດ ຍີ່ປຸ່ນ ແລະ ສ.ເກົາຫຼີ ຜ່ານນັ້ນ ກໍ່ແຈ້ງໃຫ້ຊາບວ່າ ຈະຈັດວາງອັດຕາພາສີ 25% ສຳລັບທຸກປະເພດສິນຄ້າຂອງສອງປະເທດນີ້ເລີ່ມແຕ່ວັນທີ 01 ສິງຫາ. ອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ກໍໄດ້ຝາກຈົດໝາຍແຈ້ງເຖິງບັນດາປະເທດອື່ນຄື: ມຽນມາ, ມາເລເຊຍ, ລາວ, ອາຟະລິກາໃຕ້ ແລະ ກາຊັກສະຖານ ດ້ວຍອັດຕາພາສີສູງສຸດແມ່ນ 40%.
ແຫຼ່ງຄັດຈາກ: vovworld.vn