ສະວິດ ເປີດສະຖານທູດປະຈຳ ເຕເຮຣານ ຄືນໃໝ່, ເຊື່ອມຕໍ່ບົດບາດເປັນກາງໄກເກ່ຍລະຫວ່າງ ອາເມລິກາ ແລະອີຣານ
ວັນທີ 6 ກໍລະກົດ, ກະຊວງການຕ່າງປະເທດສະວິດ ໃຫ້ຂ່າວວ່າ, ປະເທດນີ້ໄດ້ເປີດປະຕູສະຖານທູດປະຈຳ ເຕເຮຣານ ຄືນໃໝ່, ພາຍຫຼັດປິດປະຕູເປັນເວລາ 2 ອາທິດ, ຍ້ອນຄວາມເຄັ່ງຕຶງຂອງການປະທະກັນລະຫວ່າງ ອີຣານ ແລະອິດສະຣາແອັນ ເພີ່ມຂຶ້ນ. ທ່ານເອກອັກຄະລັດຖະທູດ ສະວິດ Nadine Olivieri Lozano ໄດ້ກັບມາ ເຕເຮຣານ ຄືນໃໝ່.