leftcenterrightdel
ພາບປະກອບ: REUTERS/Dado Ruvic

ການພົວພັນດ້ານການຄ້າລະຫວ່າງ ຈີນ ແລະອີຢູ ມີສັນຍານເຄັ່ງຕຶງຢ່າງຕໍ່ເນື່ອງ. ວັນທີ 20 ມິຖຸນາ, ອີຢູ ແຈ້ງການຫ້າມບັນດາບໍລິສັດຂອງ ຈີນ ເຂົ້າຮ່ວມການປະມູນບັນດາສັນຍາຊື້ເຄື່ອງອຸປະກອນການແພດທີ່ມີມູນຄ່າປະມານ 5,8 ລ້ານໂດລາສະຫະລັດ ຂຶ້ນໄປ, ດ້ວຍເຫດຜົນທີ່ວ່າ ບັນດາບໍລິສັດຂອງ ອີຢູ ບໍ່ໄດ້ສຳຜັດເຂົ້າຕະຫຼາດ ຈີນ ຢ່າງຍຸຕິທຳ. ຄະນະກຳມະການເອີລົບ (ອີຊີ) ໃຫ້ຮູ້ວ່າ: ນີ້ແມ່ນການກະທຳໂຕ້ຕອບຕໍ່ບັນດາເຄື່ອງອຸປະກອນການແພດຂອງກຸ່ມທີ່ບໍ່ໄດ້ເຂົ້າຮ່ວມບັນດາສັນຍາຂອງລັດຖະບານຈີນ.

ແຫຼ່ງຄັດຈາກ: vovworld.vn