leftcenterrightdel
ບຣິກສ ຂະຫຍາຍການຮ່ວມມືແບບເປີດກວ້າງ ເປີດປະຫວັດສາດໜ້າໃໝ່ລັດທິຫຼາຍຝ່າຍ. 

ກອງ​ປະ​ຊຸມ​ສຸດຍອດ ​ຄັ້ງ​ທຳ​ອິດຂອງ​ອົງ​ການ ບ​ຣິກ​ສ ​ພາຍ​ຫຼັງ ​ໄດ້​ຂະ​ຫຍາຍ​ສະ​ມາ​ຊິກ ​ຫຼື ກ​ອງ​ປະ​ຊຸມ​ສຸດຍອດ “ບ​ຣິກ​ສ ​ໃຫຍ່” ໄດ້​ຮັບ​ຄວາມ​ສົນ​ໃຈຂອງ​ທົ່ວ​ໂລກ. ຜົນ​ການສຳ​ຫຼວດ​ຄວາມ​ຄິດ​ເຫັນຕໍ່​ຊາວ​ເນັດ​ທົ່ວ​ໂລກ ​ຂອງວິທະຍຸໂທ​ລະ​ພາບ​ສາ​ກົນ​ຈີນ​ ຫຼື CGTN ​ຂອງວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ ຫຼື CMG ​ສະ​ແດງ​ໃຫ້​ເຫັນ​ວ່າ, ຜູ້​ຕອບ​ແບບ​ສອບ​ຖາມ 91,2% ເຫັນ​ວ່າ ​ກົນ​ໄກ​ຮ່ວມ​ມື ​ກຸ່ມປະ​ເທດ​ ບ​ຣິກ​ສ ​ໄດ້​ກາຍ​ເປັນ​ກຳ​ລັງ​ສຳ​ຄັນ​ ທີ່​ຊຸກ​ຍູ້ໂລກ ​ຫັນ​ເປັນ​ຫຼາຍ​ຂົ້ວ ຢ່າງສະ​ເໝີ​ພາບ ​ແລະ ​ເປັນ​ລະ​ບຽບ ແລະເສດ​ຖະ​ກິດ​ໂລ​ກາ​ພິ​ວັດ ແບບກວມ​ລວມ ທີ່​ໃຫ້​ຜົນ​ປະ​ໂຫຍດຢ່າງ​ທົ່ວ​ເຖິງ. ​ການ​ສຳ​ຫຼວດ​ຄວາມ​ຄິດ​ເຫັນ ​ສະ​ແດງ​ໃຫ້​ເຫັນ​ວ່າ: ຜູ້​ຕອບ​ແບບ​ສອບ​ຖາມ 88,9% ຍອມ​ຮັບ​ຖາ​ນະ​ບົດ​ບາດຂອງ​ອົງ​ການ​ບ​ຣິກ​ສ ​ຍົກ​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ, ຜູ້​ຕອບ​ແບບ​ສອບ​ຖາມ 91,2% ​ເຫັນ​ວ່າ ອົງ​ການ ບ​ຣິກ​ສ ​ເປັນ “​ແຮງ​ຂັບ​ເຄື່​ອນ”​​ ທີ່ເລັ່ງ​ການ​ຟື້ນ​ຕົວຄືນ​ໃໝ່ຂອງເສດ​ຖະ​ກິດ​ໂລກ, ຜູ້​ຕອບ​ແບບ​ສອບ​ຖາມ 89,1% ເຫັນ​ວ່າ ​ອົງ​ການບ​ຣິກ​ສ ​ຈະ​ຊຸກ​ຍູ້ ​ໃຫ້​ລະ​ບົບ​ບໍ​ລິ​ຫານ​​ໂລກ ​​ມີປະ​ຊາ​ທິ​ປະ​ໄຕ ແລະຍຸ​ຕິ​ທຳ ​ກວ່າ​ເກົ່າ, ຜູ້​ຕອບ​ແບບ​ສອບ​ຖາມ 90,4% ຕີ​ລາ​ຄາ​ຢ່າງ​ສູງ​ ຕໍ່​​ການປະ​ກອບ​ສ່ວນ​ ຂອງ ສປ ​ຈີນ ​ໃນ​ການ​ຮ່ວມ​ມື ​ກຸ່ມປະ​ເທດ ບ​ຣິກ​ສ, ​ຄອງ​ຄອຍ​ປະ​ເທດ​ຈີນ ​ສ້າງ​​ກາ​ລະໂອ​ກາດຫຼາຍກວ່າ​ເກົ່າ ​ໃຫ້​ແກ່​ປະ​ເທດ “ເຂດ​ໂລກ​ໃຕ້” ​ເພື່ອຫັນ​ເປັນ​ທັນ​ສະ​ໄໝ. ແບບ​ສອບ​ຖາມ​ການ​ສຳ​ຫຼວດ​ຄວາມ​ຄິດ​ເຫັນ​ຂອງ CGTN ຄັ້ງ​ນີ້​ໄດ້​ແຈກ​ຢາຍ​ ໂດຍ​ ມີ​ພາ​ສາ​ອັງ​ກິດ, ແອັ​ສ​ປາຍ, ຝ​ຣັ່ງ, ອາ​ຣັບ ແລະ ຣັດ​ເຊຍ, ພາຍ​ໃນເວ​ລາ 24 ຊົ່ວ​ໂມງ​ມີ​ຊາວ​ເນັດຫຼາຍກວ່າ 6.541 ຄົນ ​ເຂົ້າ​ມາ​ຕອບ​ແບບ​ສອບ​ຖາມ ແລະ​ ສະ​ແດງຄວາມ​ຄິດ​ເຫັນ.

ແຫຼ່ງຄັດຈາກ: kpl.gov.la