ກຳປູເຈຍ ສົ່ງອອກເຂົ້າສານເພີ່ມຂຶ້ນຫຼາຍກວ່າ 14,5% ໃນ 6 ເດືອນຕົ້ນປີນີ້
ໃນ 6 ເດືອນຕົ້ນປີນີ້, ກຳປູເຈຍ ໄດ້ສົ່ງອອກເຂົ້າສານ ລວມທັງໝົດຫຼາຍກວ່າ 387.000 ໂຕນ, ຍອດມູນຄ່າການສົ່ງອອກບັນລຸ ເຖິງ 283 ລ້ານໂດລາສະຫະລັດ, ເພີ່ມຂຶ້ນຫຼາຍກວ່າ 14,5% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ.
    |
 |
ກຳປູເຈຍ ສົ່ງອອກເຂົ້າສານເພີ່ມຂຶ້ນຫຼາຍກວ່າ 14,5% ໃນ 6 ເດືອນຕົ້ນປີ. |
ວິທະຍຸສາກົນແຫ່ງ ສປ ຈີນ ລາຍງານວ່າ, ບົດລາຍງານຫຼ້າສຸດ ທີ່ສະຫະພັນເຂົ້າສານກຳປູເຈຍ ປະກາດ ເມື່ອບໍ່ດົນມານີ້ວ່າ: ໃນ 6 ເດືອນຕົ້ນປີນີ້, ກຳປູເຈຍ ໄດ້ສົ່ງອອກເຂົ້າສານ ລວມທັງໝົດຫຼາຍກວ່າ 387.000 ໂຕນ, ຍອດມູນຄ່າການສົ່ງອອກບັນລຸເຖິງ 283 ລ້ານໂດລາສະຫະລັດ, ເພີ່ມຂຶ້ນຫຼາຍກວ່າ 14,5% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ. ນອກນີ້, ໃນ 6 ເດືອນຕົ້ນປີນີ້, ກຳປູເຈຍ ໄດ້ສົ່ງອອກເຂົ້າສານ ໄປຂາຍຢູ່ 63 ປະເທດ ແລະເຂດແຄວ້ນ ໃນທົ່ວໂລກ, ຍອດປະລິມານການສົ່ງອອກ ເພີ່ມຂຶ້ນຫຼາຍກວ່າ 14,3% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ. ສປ ຈີນ ແມ່ນໜຶ່ງ ໃນຕະຫຼາດ ການສົ່ງອອກເຂົ້າສານ ຕົ້ນຕໍຂອງກຳປູເຈຍ. ອີງຕາມສະຖິຕິທາງການ, ນັບແຕ່ເດືອນມັງກອນ ຫາເດືອນມິຖຸນາ ປີນີ້, ກຳປູເຈຍ ໄດ້ສົ່ງອອກເຂົ້າສານ ໄປ ສປ ຈີນ ເຖິງ 102.500 ໂຕນ, ມູນຄ່າ ການສົ່ງອອກ ຫຼາຍກວ່າ 60 ລ້ານໂດລາສະຫະລັດ.
ແຫຼ່ງຄັດຈາກ: kpl.gov.la