ວັນທີ 5 ກໍລະກົດ, ສື່ມວນຊົນ Novaresistencia ຂອງບຣາຊິນ ໄດ້ລົງບົດຂຽນດ້ວຍຫົວຂໍ້ “ຫວຽດນາມ - ບຣາຊິນ: ເຊື່ອມຕໍ່ຍຸດທະສາດ, ກຳນົດທິດອະນາຄົດການຮ່ວມມືທົ່ວໂລກ”. ບົດຂຽນໄດ້ລົງໃນໂອກາດທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ມາຢ້ຽມຢາມ ບຣາຊິນ ແລະເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງ 2025.

leftcenterrightdel
ວັນທີ 5 ກໍລະກົດ, ເວັບໄຊ INVERTA ຂອງບຣາຊິນ ລົງບົດຂຽນດ້ວຍພາສາ ປອກຕຸຍການ ທີ່ມີຫົວຂໍ້ການທູດຫຼາຍຝ່າຍຫວຽດນາມ-ວິວັດການເຊື່ອມໂຍງເຂົ້າກັບທົ່ວໂລກ ແລະຂີດໝາຍ BRICS 2025". ພາບ: VGP

ໃນບົດຂຽນ, ໜັງສືພິມ ວິຈານ ການພົວພັນຫວຽດນາມ - ບຣາຊິນ ພວມຢູ່ໃນທ່າພັດທະນາຢ່າງແຂງແຮງ, ກາຍເປັນສັນຍາລັກທີ່ມີຊີວິດຊີວາຂອງການຮ່ວມມື ໃຕ້ - ໃຕ້ ໃນໂລກຫຼາຍຂົ້ວ ແລະແກ່ງແຍ້ງກັນ.

ດ້ວຍຂີດໝາຍແມ່ນການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2024, ຫວຽດນາມ ແລະບຣາຊິນ ພວມເປີດສັງກາດໃໝ່ຂອງການພົວພັນຮອບດ້ານ, ໃນນັ້ນ ຫວຽດນາມ ແມ່ນດວງດາວພວມກະຈ່າງແຈ້ງຢູ່ ອາຊີ ດ້ວຍຄວາມສາມາດບົ່ມຊ້ອນດ້ານເສດຖະກິດທີ່ກ້າວກະໂດດຂັ້ນ ແລະບົດບາດຂອງຍຸດທະສາດນີ້ນັບມື້ນັບສຳຄັນ.

ບົດຂຽນໄດ້ເນັ້ນໜັກວ່າ ວົງເງິນການຄ້າ ຫວຽດນາມ - ບຣາຊິນ ໄດ້ມີການເຕີບໂຕຢ່າງກະໂດດຂັ້ນແຕ່  1,5 ຕື້ໂດລາສະຫະລັດ ໃນປີ 2011 ຂຶ້ນເຖິງກ່ວາ 7,7 ຕື້ໂດລາສະຫະລັດໃນປີ 2024, ເພີ່ມຂຶ້ນທົບ  5 ເທົ່າໃນກວ່າໜຶ່ງທົດສະວັດ. ການເຕີບໂຕນີ້ສ່ອງແສງໃຫ້ເຫັນລັກສະນະໜູນຊ່ວຍຍຸດທະສາດລະຫວ່າງສອງພື້ນຖານເສດຖະກິດເມື່ອຫວຽດນາມ ພວມປັບປຸງບົດບາດໃນລະບົບສະໜອງທົ່ວໂລກ. ບົດຂຽນຊີ້ແຈ້ງວ່າ ດ້ວຍຍຸດທະສາດພັດທະນາເສດຖະກິດທັນສະໄໝ, ຫວຽດນາມ ພວມກາຍເປັນສູນເຕັກໂນໂລຊີສູງ, ເສດຖະກິດດີຈີຕອນ, ພະລັງງານສະອາດ ແລະເຕັກໂນໂລຊີຊີວະພາບຢ່າງວ່ອງໄວ. ນອກຈາກນັ້ນ, ດ້ວຍອັດຕາການເຕີບໂຕຢ່າງວ່ອງໄວ, ທີ່ຕັ້ງຍຸດທະສາດ ແລະເຄືອຂ່າຍສັນຍາການຄ້າເສລີ (FTAs) ສະບັບຕ່າງໆທີ່ກວ້າງໃຫຍ່, ຫວຽດນາມ ສວມບົດບາດສຳຄັນເປັນຂົວຕໍ່ລະຫວ່າງ ບຣາຊິນ ແລະອາຊີ.

ໂດຍ: ທະນາພອນ