ປະທານາທິບໍດີ ອາເມລິກາ ລົງນາມຮ່າງກົດໝາຍ ວ່າດ້ວຍການຫຼຸດພາສີ-ງົບປະມານລາຍຈ່າຍຢ່າງຮອບດ້ານ
ທ່ານ ໂດນັນ ທຣຳ, ປະທານາທິບໍດີ ອາເມລິກາ ໄດ້ລົງນາມ ໃນຮ່າງກົດໝາຍ ວ່າດ້ວຍ ການຫຼຸດພາສີ ແລະງົບປະມານລາຍຈ່າຍ ຢ່າງຮອບດ້ານ ຫຼື ຮ່າງກົດໝາຍ “ໃຫຍ່ ແລະງາມ” ເພື່ອເຮັດໃຫ້ຮ່າງກົດໝາຍ ດັ່ງກ່າວ ມີຜົນບັງຄັບໃຊ້.