leftcenterrightdel
ທຸງຊາດຂອງ ອາບການິດສະຖານ ຢູ່ສະຖານທູດ ອາບການິດສະຖານ ປະຈຳ ລັດເຊຍ. ພາບ: REUTERS

ກ່າວຄຳເຫັນໃນຊ່ອງໂທລະພາບ Rossiya-1, ທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ອາບການິດສະຖານ Dmitry Zhirnov ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຕົກລົງຮັບຮອງ ປະເທດ ອິດສະລາມ ອາບການິດສະຖານ ຕາມການສະເໜີຂອງທ່ານ ລັດຖະມົນຕີການຕ່າງປະເທດ Sergey Lavrov ເພື່ອແນໃສ່ສະແດງຄວາມປາດຖະໜາຢາກສ້າງຕັ້ງການພົວພັນຄູ່ຮ່ວມມືຢ່າງຮອບດ້ານກັບ ອາບການິດສະຖານ. ຕາລີບານໄດ້ຂຶ້ນກຳອຳນາດຢູ່ ອາບການິດສະຖານນັບແຕ່ເດືອນສິງຫາ 2021 ແຕ່ມາຮອດປັດຈຸບັນຍັງບໍ່ມີປະເທດໃດຮັບຮອງອຳນາດການປົກຄອງນີ້.  ໃນຂະນະນັ້ນ, ລັດເຊຍ ພວມສ້າງການພົວພັນກັບອຳນາດການປົກຄອງ ຕາລີບານ ເທື່ອລະກ້າວ.

ແຫຼ່ງຄັດຈາກ: vovworld.vn