leftcenterrightdel
ສັນຍາລັກຂອງອົງການພະລັງງານປະລະມານູສາກົນ (IAEA) ຢູ່ ໂອຕາລິດ. ພາບ: REUTERS

ແຈ້ງການຂອງ IAEA ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ກຸ່ມນັກກວດກາຂອງອົງການນີ້ໄດ້ເດີນທາງອອກຈາກ ອີຣານ ຢ່າງປອດໄພ ແລະພວມເດີນທາງກັບເມືອສຳນັກງານໃຫຍ່ ຢູ່ວຽນນາ (ໂອຕາລິດ), ພາຍຫຼັງໄລຍະໜຶ່ງອາໄສຢູ່ ເຕເຮຣານ ໃນສະພາບການຄວາມເຄັງຕຶ່ງລະຫວ່າງ ອິດສະລາແອັນ ແລະ ອີຣານເພີ່ມຂຶ້ນ.  ກ່ອນໜ້ານັ້ນ, ວັນທີ 2 ກໍລະກົດ, ທ່ານປະທານາທິບໍດີ ອີຣານ ໄດ້ອອກລັດຖະດຳລັດຢຸດຕິການຮ່ວມມືກັບ IAEA. ລັດຖະດຳລັດສະບັບນີ້ບໍ່ຍົກອອກວັນເວລາກໍ່ຄືລາຍລະອຽດຂອງການຢຸດຕິການຮ່ວມມືແຕ່ຂໍ້ຕົກລົງນີ້ຈະຈຳກັດຫຼາຍການເຄື່ອນໄຫວຂອງບັນດານັກກວດກາ IAEA ຢູ່ອີຣານ.

ແຫຼ່ງຄັດຈາກ: vovworld.vn