leftcenterrightdel
ພາບປະກອບ: REUTERS

ວັນທີ 3 ກໍລະກົດ, ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານປະທານາທິບໍດີ Donald Trump ຊີ້ແຈ້ງວ່າ ທ່ານຈະເລີ່ມສົ່ງຈົດໝາຍປະກາດໃຫ້ບັນດາປະເທດຊາບກ່ຽວກັບລະດັບພາສີໃໝ່ ເຊິ່ງບັນດາປະເທດຕ້ອງຈ່າຍນັບແຕ່ຕົ້ນເດືອນ ສິງຫາ, ໃນສະພາບການບັນດາການເຈລະຈາພວມກ້າວເຂົ້າສູ່ໄລຍະສຸດທ້າຍ. ລະດັບພາສີເຊິ່ງບັນດາຄູ່ຮ່ວມມືຕ້ອງຮັບໃນກໍລະນີບໍ່ບັນລຸໄດ້ຂໍ້ຕົກລົງກັບ ອາເມລິກາຈະເໜັງຕິງແຕ່ 10 - 20% ຂຶ້ນເຖິງ 60 - 70%. ທ່ານປະທານາທິບໍດີ ອາເມລິກາ ໄດ້ຍົກອອກຖະແຫຼງກການດັ່ງກ່າວພຽງ 2 - 3 ວັນທີ່ຄຳສັ່ງໂຈະການຈັດວາງພາສີສຳລັບບັນດາຄູ່ຮ່ວມມືທາງການຄ້າຈະໝົດຜົນບັງຄັບໃຊ້ຢ່າງເປັນທາງໃນວັນທີ 9 ກໍລະກົດ 2025.

ແຫຼ່ງຄັດຈາກ: vovworld.vn