ເວທີປາໄສເສດຖະກິດສາກົນ St.Petersburg ຄັ້ງທີ 28 (SPIEF – 2025) ໄດ້ດຳເນີນໃນວັນທີ 18 ມິຖຸນາ ຢ່າງເປັນທາງການ, ທີ່ຫໍປະຊຸມ ແລະເຂດວາງສະແດງ ExpoForum, ຢູ່ນະຄອນ St.Petersburg, ສະຫະພັນ ລັດເຊຍ, ດ້ວຍການເຂົ້າຮ່ວມຂອງຜູ້ແທນເປັນການນຳຂັ້ນສູງ, ນັກຊ່ຽວຊານ ແລະວິສາຫະກິດຈຳນວນ 20.000 ທ່ານມາຈາກ 140 ປະເທດ ແລະເຂດແຄວ້ນ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ເລແທັ່ງລອງ ນຳໜ້າ.

leftcenterrightdel
ເວທີປາໄສເສດຖະກິດສາກົນ St.Petersburg ຄັ້ງທີ 28 ດຳເນີນຫຼາຍກິດຈະກຳທີ່ແຕກຕ່າງກັນ. ພາບ: vov.vn

ເວທີປາໄສມີຫົວຂໍ້ “ບັນດາຄຸນຄ່າລວມ - ພື້ນຖານແກ່ການເຕີບໂຕໃນໂລກຫຼາຍສົ້ນ”, ໂດຍໄດ້ສຸມໃສ່ບັນດາຫົວຂໍ້ໃຫຍ່, ລວມມີ: ການເຕີບໂຕທົ່ວໂລກ, ເສດຖະກິດ ລັດເຊຍ, ບົດບາດຂອງມະນຸດ, ສະພາບແວດລ້ອມດຳລົງຊີວິດ ແລະ ເຕັກໂນໂລຢີໃນອະນາຄົດ. ສິ່ງທີ່ໜ້າສົນໃຈແມ່ນ, ໃນເວທີປາໄສປີນີ້ ຈະມີການໂອ້ລົມສົນທະນາກ່ຽວກັບການດຳເນີນທຸລະກິດສອງຝ່າຍລະຫວ່າງ ລັດເຊຍ ແລະບັນດາຄູ່ຮ່ວມມືຍຸດທະສາດ, ເຊັ່ນ: ຫວຽດນາມ, ຈີນ, ອິນເດຍ, ບຣາຊິນ, ອີຣານ, ຕວັກກີ, ສະຫະລັດ ອາຣັບ ເອມມີເລດ (UAE), ພ້ອມກັບບັນດາປະເທດຢູ່ ອາຟະລິກາ, ອາເມລິກາລາຕິນ, EU ແລະ ອາຊຽນ. ເວທີປາໄສ ດັ່ງກ່າວໄດ້ດຳເນີນຮອດວັນທີ 21 ມິຖຸນາ ຈຶ່ງອັດລົງ.

ແຫຼ່ງຄັດຈາກ: vovworld.vn