ທ່ານປະທານປະເທດຈີນ ສີຈິ້ນຜິງ ໄດ້ຍົກອອກ 4 ຂໍ້ສະເໜີ ເພື່ອແກ້ໄຂສະພາບການປະທະກັນໃນປະຈຸບັນ, ລວມມີ: ຊຸກຍູ້ການຢຸດຍິງ ແລະຢຸດຕິການປະທະກັນ, ຮັບປະກັບຄວາມປອດໄພໃຫ້ແກ່ສາມັນຊົນ, ດຳເນີນການເຈລະຈາ ແລະຄວາມມານະພະຍາຍາມຂອງປະຊາຄົມສາກົນໃນການຊຸກຍູ້ສັນຕິພາບ. ທ່ານເນັ້ນໜັກວ່າ ບັນດາຝ່າຍປະທະກັນ, ພິເສດແມ່ນ ອິດສະຣາແອັນ, ຕ້ອງຢຸດຍິງຍິ່ງໄວກໍ່ຍິ່ງດີ ເພື່ອສະກັດກັ້ນສະພາບຄວາມເຄັ່ງຕຶງເພີ່ມຂຶ້ນ ແລະຫຼີກລ່ຽງເຮັດໃຫ້ສົງຄາມແຜ່ຂະຫຍາຍອອກກວ້າງ, ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງເຄົາລົບກົດໝາຍສາກົນຢ່າງເຂັ້ມງວດ, ຫຼີກລ່ຽງສະພາບກໍ່ຄວາມເສຍຫາຍໃຫ້ແກ່ສາມັນຊົນ ແລະສ້າງເງື່ອນໄຂໃຫ້ການຍົກຍ້າຍສາມັນຊົນຂອງປະເທດທີ 3.

ຕາມສຳນັກຂ່າວສານຊິນຮວາ ແລ້ວ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໃຫ້ຮູ້ວ່າ ລັດເຊຍ ພ້ອມແລ້ວທີ່ຈະຮັກສາການຕິດຕໍ່ຢ່າງແໜ້ນແຟ້ນກັບ ຈີນ, ພ້ອມກັນຕັ້ງໜ້າຫຼຸດຜ່ອນສະພາບການ ແລະຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.

ແຫຼ່ງຄັດຈາກ: vovworld.vn