ໃນຂອບເຂດເວທີປາໄສເສດຖະກິດສາກົນ Saint Petersburg (SPIEF) ຄັ້ງທີ 28, ໄດ້ດຳເນີນແຕ່ວັນທີ 18 – 21 ມິຖຸນາ ຢູ່ນະຄອນ Saint Petersburg (ລັດເຊຍ), ວັນທີ 18 ມິຖຸນາ, ບັນດາຜູ້ແທນ ລັດເຊຍ ແລະ ອາເມລິກາ ໄດ້ດຳເນີນການເຈລະຈາກ່ຽວກັບຫຼາຍເນື້ອໃນກ່ຽວຂ້ອງເຖິງສະພາບການຕົວຈິງໃນການພົວພັນດ້ານເສດຖະກິດສອງຝ່າຍ.

leftcenterrightdel
ການຮັບປະທານອາຫານເຊົ້າສົມທົບກັບການເຮັດວຽກຂອງບັນດາຜູ້ແທນ ລັດເຊຍ ແລະ ອາເມລິກາ ໃນຂອບເຂດເວທີປາໄສເສດຖະກິດສາກົນ Saint Petersburg 2025 ໃນວັນທີ 18 ມິຖຸນາ 2025. ພາບ: Kirill Dmitriev

ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນອກເວທີປາໄສ, ທ່ານຜູ້ອຳນວຍການໃຫຍ່ກອງທຶນລົງທຶນໂດຍກົງ ລັດເຊຍ Kirill Dmitriev ໃຫ້ຮູ້ວ່າ ສອງຝ່າຍໄດ້ແລກປ່ຽນຢ່າງກົງໄປກົງມາ ແລະ ສ້າງສັນກ່ຽວກັບຫຼາຍບັນຫາທີ່ມີລັກສະນະແທດຈິງ, ໃນນັ້ນພົ້ນເດັ່ນແມ່ນການສະເໜີເຊື່ອມຕໍ່ຖ້ຽວບິນໂດຍກົງລະຫວ່າງ ລັດເຊຍ ແລະ ອາເມລິກາ ໃນໄລຍະຈະມາເຖິງ.

ໃນການພົບປະ, 2 ຝ່າຍກໍໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາແຜນການລະອຽດຂອງວິສາຫະກິດ ອາເມລິກາ ໃນການຮັກສາການເຄື່ອນໄຫວ ແລະ ເພີ່ມທະວີການດຳເນີນທຸລະກິດຢູ່ຕະຫຼາດ ລັດເຊຍ, ກໍຄືການຜັນຂະຫຍາຍບັນດາໂຄງການພັດທະນາໃນບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນ.

ແຫຼ່ງຄັດຈາກ: vovworld.vn