ວັນທີ 20 ມິຖຸນາ,  ລັດເຊຍ ແລະຢູແກຼນ ໄດ້ດຳເນີນການແລກປ່ຽນຊະເລີຍເສິກໃໝ່ຕາມຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງສອງຝ່າຍນັບແຕ່ຕົ້ນເດືອນມິຖຸນາ ນີ້ຢູ່ Istanbul ປະເທດ ຕວກກີ. ກະຊວງປ່ອງກັນປະເທດລັດເຊຍ ປະກາດວ່າ ຝ່າຍ ຢູແກຼນ ໄດ້ປ່ອຍຕົວກຸ່ມທະຫານໜຶ່ງຂອງປະເທດນີ້ໃນວັນທີ 20 ມິຖຸນາ ແຕ່ບໍ່ແຈ້ງກຳນວນລະອຽດ. ປະຈຸບັນ, ກຸ່ມນີ້ໄດ້ມີໜ້າຢູ່ Belarus ແລະໄດ້ຮັບການເບິ່ງແຍງດູແລດ້ານການແພດທີ່ຈຳເປັນ. ທະຫານທຸກຄົນເຫຼົ່ານັ້ນຈະຖືກສົ່ງໄປຍັງ ລັດເຊຍ ເພື່ອປິ່ນປົວ ແລະຟື້ນຟູຢູ່ບັນດາຮາຖນານການແພດ ຂຶ້ນກັບກະຊວງປ້ອງກັນປະເທດ ລັດເຊຍ. ແທນໃຫ້ນັ້ນ, ຝ່າຍ ມົດສະກູ ໄດ້ສົ່ງກຸ່ມຊະເລີຍເສິກ ຢູແກຼນ ໜຶ່ງໃຫ້ແກ່ ກີແອບ.

ວົງການເຈົ້າໜ້າທີ່ຮັບຜິດຊອບ ຢູແກຼນ ໄດ້ຮັບຮູ້ຂໍ້ມູນຂ່າວດັ່ງກ່າວ ແລະໃຫ້ຮູ້ວ່າ: ຝ່າຍ ລັດເຊຍ ໄດ້ມອບສົ່ງບັນດາທະຫານຂອງກຳລັງທະຫານເຮືອ, ທະຫານບົກ, ທະຫານໂດດຈ້ອງ ແລະບາງກົມກອງອື່ນ. ຈຳນວນທະຫານເຫຼົ່ານັ້ນ ຈະໂດ້ກວດສຸຂະພາບ, ປິ່ນປົວ ແລະຟື້ນຟູອະໄວຍະວະຢູ່ບັນດາຮາກຖານການແພດຂອງ ຢູແກຼນ.

ແຫຼ່ງຄັດຈາກ: vovworld.vn