ອີຣານ ສືບຕໍ່ແມ່ນບັ້ນຮົບບຸກໂຈມຕີຕົ້ນຕໍຂອງກອງທັບອິດສະຣາແອັນ ໃນວັນທີ 19 ມິຖຸນາ, ເປັນມື້ທີ 7 ຂອງການສູ້ຢັນກັນດ້ານການທະຫານ. ກອງທັບອາກາດອິດສະຣາແອັນ ໄດ້ບຸກໂຈມຕີທຳລາຍບັນດາເປົ້າໝາຍທີ່ຕັ້ງຢູ່ເລິກໃນເຂດດິນແດນອີຣານ ຢ່າງຕໍ່ເນື່ອງ, ໃນນັ້ນມີນະຄອນຫຼວງເຕເຮຣານ. ກຳລັງປ້ອງກັນຕົວອິດສະຣາແອັນ (IDF) ຢືນຢັນວ່າ ມີເຮືອບິນສູ້ຮົບ ແລະເຮືອບິນບໍ່ມີຄົນຂັບຂອງກອງທັບອາກາດປະເທດນີ້ໄດ້ບຸກໂຈມຕີເຕົາປະຕິກອນນິວເຄຼຍນ້ຳໜັກ Arak, ບັນດາຖານຍິງລູກສອນໄຟ ແລະຮາກຖານດ້ານການທະຫານຢູ່ທົ່ວ ອີຣານ.
ໃນວັນດຽວກັນ, ອິດສະຣາແອັນ ກໍ່ຜັນຂະຫຍາຍບັນດາບັ້ນບຸກໂຈມຕີເຂົ້າເຂດກາຊາ ເຮັດໃຫ້ຢ່າງໜ້ອຍສຸດມີ 72 ຄົນເສຍຊີວິດ, ນັບຮ້ອຍຄົນຮັບບາດເຈັບ, ສ່ວນຫຼາຍແມ່ນສາມັນຊົນ. ສຳລັບ ລີບັງ, ກຳລັງປ້ອງກັນຕົວອິດສະຣາແອັນ ແຈ້ງໃຫ້ຊາບວ່າ ໄດ້ດຳເນີນການບຸກໂຈມຕີ 3 ຄັ້ງດ້ວຍເຮືອບິນບໍ່ມີຄົນຂັບເຂົ້າບັນດາເປົ້າໝາຍຂອງຂະບວນການ Hezbollah ໃນຮອບເວລາບໍ່ຮອດ 24 ຊົ່ວໂມງ.
ແຫຼ່ງຄັດຈາກ: vovworld.vn
Type the code from the image