ຕາມທ່ານນາງ Caroline Leavitt ແລ້ວ, ບຸລິມະສິດຂອງທ່ານປະທານາທິບໍດີອາເມລິກາ Donald Trump ແມ່ນຮັບປະກັນບໍ່ໃຫ້ ອີຣານ ກຳມະສິດອາວຸດນິວເຄຼຍ ແລະນຳມາເຊິ່ງສັນຕິພາບ ແລະສະຖຽນລະພາບຢູ່ຕາເວັນອອກກາງ.

“ກ່ຽວຂ້ອງເຖິງສະພາບການປະຈຸບັນຢູ່ອີຣານ, ຂ້າພະເຈົ້າຮູ້ວ່າ ພວມມີການຄາດເດົາຈາກສື່ມວນຊົນກ່ຽວກັບຂໍ້ຕົກລົງຂອງທ່ານປະທານາທິບໍດີ Trump ຕໍ່ເລື່ອງອາເມລິກາ ອາດຈະແຊກແຊງເຂົ້າໂດຍກົງຫຼືບໍ່. ຂ້າພະເຈົ້າຂໍຄັດສະເໜີສານຂອງທ່ານປະທານາທິບໍດີ Donald Trump ຄືດັ່ງນີ້: “ໂດຍອີງໃສ່ຄວາມສາມາດໃນບັນດາການເຈລະຈາກັບອີຣານ ວ່າ ອາດຈະຈັດຂຶ້ນໃນອະນາຄົດອັນໃກ້ໆນີ້ ຫຼືບໍ່, ຂ້າພະເຈົ້າ ຈະຍົກອອກຂໍ້ຕົກລົງວ່າຈະແຊກແຊງ ຫຼືບໍ່ໃນເວລາ 2 ອາທິດຈະມາເຖິງ”.

leftcenterrightdel
ພາບປະກອບ: REUTERS/Chen Kalifa

ກ່ອນໜ້ານັ້ນ, ວັນທີ 18 ມິຖຸນາ, ສື່ມວນຊົນອາເມລິກາ ໄດ້ຄັດສະເໜີຫຼາຍແຫຼ່ງຂ່າວໂດຍໃຫ້ຮູ້ວ່າ ທ່ານປະທານາທິບໍດີ Donald Trump ໄດ້ຈັດການປະຊຸມກັບບັນດາທ່ານທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດກ່ຽວກັບການປະທະກັນທີ່ພວມເກີດຂຶ້ນລະຫວ່າງ ອິດສະຣາແອັນ ແລະອີຣານ.

ແຫຼ່ງຄັດຈາກ: vovworld.vn