ຕອນຄ່ຳວັນທີ 17 ມິຖຸນາ (ຕາມເວລາທ້ອງຖິ່ນ), ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ຢູ່ Alberta (ການາດາ) ໄດ້ອັດລົງແຕ່ບໍ່ບັນລຸໄດ້ຖະແຫຼງເອກະພາບກ່ຽວກັບບັນດາທັດສະນະລວມ. ແທນທີ່ນັ້ນ, ກອງປະຊຸມໄດ້ຍົກອອກແຈ້ງການຮ່ວມຫຼາຍສະບັບ, ນັບແຕ່ປັນຍາປະດິດ (AI) ແລະຄວານຕຳຄອມພິວເຕີ ຕະຫຼອດຮອດການຄ້າມະນຸດຂ້າມຊາຍແດນ.

leftcenterrightdel
ພາບປະກອບຄັດຈາກ Reuters.

ແຈ້ງການກ່ຽວກັບ AI ແມ່ນຖະແຫຼງການລະອຽດທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນຂອງບັນດາການນຳ G7; ບັນດາປະເທດໃນກຸ່ມ G7 ກໍໄດ້ຕົກລົງເຫັນດີ “ວິໄສທັດລວມ” ໃຫ້ແກ່ບັນດາຄວານຕຳເຕັກໂນໂລຢີຫາກໍ່ພົ້ນເດັ່ນ, ຄຳໝັ້ນສັນຍາຊຸກຍູ້ການລົງທຶນພາກລັດ ແລະເອກະຊົນເຂົ້າໃນຂົງເຂດວິທະຍາສາດ ແລະກວນເຕີມເຕັກໂນໂລຢີ.

ໄປຄຽງຄູ່ກັນນັ້ນ, ຂໍ້ຕົກລົງທີ່ມີຊື່ວ່າ “ກົດບັດໄຟໄໝ້ປ່າ Kananaskis” ໄດ້ຊີ້ແຈ້ງວ່າ ບັນດາປະເທດ G7 ແລະ 5 ປະເທດເປັນແຂກຖືກເຊີນ ລວມມີ: ອົດສະຕາລີ, ອິນເດຍ, ເມັກຊີໂກ, ສ.ເກົາຫຼີ ແລະອາຟະລິກາໃຕ້ ຄາດວ່າຈະປະຕິບັດການປ້ອງກັນ, ຕ້ານໄຟໄໝ້ປ່າ, ຮ່ວມມືກັນຄົ້ນຄວ້າ ແລະມານະພະຍາຍາມສ້າງວົງຄະນະຍາດຄືນໃໝ່.

ໂດຍບໍ່ບັນລຸໄດ້ຂໍ້ຕົກລົງສະບັບໃດກ່ຽວກັບການປະທະກັນຢູ່ ຢູແກຼນ ຫຼືຄວາມມານະພະຍາຍາມລວມ ເພື່ອແນໃສ່ກໍ່ກຳລັງກົດດັນເພື່ອໃຫ້ບັນດາຝ່າຍທີ່ກ່ຽວຂ້ອງດຳເນີນການເຈລະຈາຢຸດຍິງ.

ໂດຍ: ກວຽດເຕິມ