leftcenterrightdel
ກຳລັງດັບເພິງ ພວມປະຕິບັດການກູ້ຊ່ວຍຢູ່ບ່ອນເກີດການປະທະກັນດ້ວຍລູກສອນໄຟຈາກອີຣານ ໃສ່ ອິດສະຣາແອນ ໃນວັນທີ 15-6-2025. ພາບ: REUTERS/Rami Shlush

ນີ້ແມ່ນບັ້ນບຸກໂຈມຕີທີ 9 ຂອງອີຣານ ເລັ່ງໃສ່ອິດສະຣາແອນ ນັບແຕ່ເມື່ອການປະທະກັນເກີດຂຶ້ນໃນວັນທີ 13 ມິຖຸນາ. ເປົ້າໝາຍແມ່ນເລ່ັງໃສ່ບັນດາຖານທີ່ໝັ້ນການທະຫານຂອງອິດສະຣາແອນ ຢູ່ Tel Aviv ແລະ Haifa.

ສ່ວນຝ່າຍອິດສະຣາແອນ, ກຳລັງປ້ອງກັນຕົວອິດສະຣາແອນ (IDF) ປະກາດວ່າ ໄດ້ເປີດການບຸກໂຈມຕີຫລາຍຄັ້ງເຂົ້າເລິກໃນເຂດດິນແດນ ອີຣານ, ທຳລາຍຫລາຍລະບົບຖານຍິງລູກສອນໄຟ, ເຮືອບິນສູ້ຮົບ F-14 Tomcat 2 ລຳ ແລະລົດຂົນສົ່ງລູກສອນໄຟໜ້າດິນຕ້ານຫນ້າດິນ. ກອງທັບ ອິດສະຣາແອນ ກໍ່ຢັ້ງຢືນວ່າ ໄດ້ທຳການບຸກໂຈມຕີໃສ່ສຳນັກງານກະຈາຍສຽງ - ໂທລະພາບ ອີຣານ ຢູ່ ນະຄອນຫລວງ ເຕເຮຣານ.

ໃນວັນດຽວກັນ, ກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ: ບັນດານັກສ້າງກົດໝາຍຂອງປະເທດນີ້ພວມກະກຽມຮ່າງກົດໝາຍສະບັບຫນຶ່ງ ອາດຈະຊຸກຍູ້ເລື່ອງຖອນຕົວອອກຈາກສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT).

ໃນວັນທີ 16 ມິຖຸນາ, 21 ປະເທດ ອິດສະລາມ ໄດ້ອອກຖະແຫລງການຮ່ວມໂດຍຄັດຄ້ານ ອິດສະຣາແອນ, ກ່າວຫາອິດສະຣາແອນ ລະເມີດກົດໝາຍສາກົນ ແລະນາບຂູ່ຄວາມໝັ້ນຄົງຕໍ່ພາກພື້ນ ເມື່ອບຸກໂຈມຕີ ໃສ່ ອີຣານ, ຮຽກຮ້ອງສອງຝ່າຍຈົ່ງຢຸດຍິງຢ່າງທັນທີ ແລະຟື້ນຟູສັນຕິພາບ.

ແຫຼ່ງຄັດຈາກ: vovworld.vn