leftcenterrightdel
ໂຄສົກກະຊວງການຕ່າງປະເທດ ລັດເຊຍ ທ່ານນາງ Maria Zakharova. ພາບ: REUTERS/Maxim Shemetov

ວັນທີ 16 ມິຖຸນາ, ສຳນັກຂ່າວສານ TASS ໄດ້ຄັດແຫລ່ງຂ່າວຈາກກະຊວງການຕ່າງປະເທດລັດເຊຍ ໂດຍໃຫ້ຮູ້ວ່າ: ຮອບປຶກສາຫາລືຄັ້ງຕໍ່ໄປລະຫວ່າງປະເທດນີ້ ແລະອາເມລິກາ ເພື່ອແນໃສ່ແກ້ໄຂບັນດາປັດໄຈກໍ່ຄວາມເຄັ່ງຕຶງທີ່ແກ່ຍາວໃນການພົວພັນສອງຝ່າຍໄດ້ຍົກເລີກຕາມການສະເໜີຈາກຝ່າຍ ວໍຊິງຕັນ. ໂຄສົກກະຊວງການຕ່າງປະເທດລັດເຊຍ ທ່ານນາງ Maria Zakharova ສະແດງຄວາມປາດຖະຫນາວ່າ “ການຢຸດຕິນີ້ຈະບໍ່ແກ່ຍາວໃນເວລາດົນ” ແຕ່ກໍ່ບໍ່ຍົກອອກສາຍເຫດຊຶ່ງຝ່າຍ ວໍຊິງຕັນ ຢຸດຕິການເຈລະຈາຊົ່ວຄາວ.

ກ່ອນຫນ້ານັ້ນຮອບປຶກສາຫາລືສອງຄັ້ງທີ່ດຳເນີນຢູ່ stanbul ປະເທດ ຕວກກີ ໃນວັນທີ 27 ກຸມພາ ແລະວັນທີ 10 ເມສາ ມີເນື້ອໃນສຸມໃສ່ເລື່ອງຟື້ນຟູການເຄື່ອນໄຫວຂອງສະຖານທູດລັດເຊຍ ແລະອາເມລິກາ ກໍ່ຄືແກ້ໄຂບັນດາບັນຫາສອງຝ່າຍ.

ແຫຼ່ງຄັດຈາກ: vovworld.vn