ໂອຕາລິດ ປະກາດໄວ້ທຸກລະດັບຊາດຕໍ່ຜູ້ເສຍຊີວິດໃນເຫດຍິງປືນ
ເຫດຍິງປືນເກີດຂຶ້ນຢູ່ໂຮງຮຽນມັດທະຍົມຕອນປາຍທີ່ນະຄອນ Graz, ທັງທິດຕາເວັນອອກສ່ຽງໃຕ້ປະເທດນີ້, ເຮັດໃຫ້ຢ່າງໜ້ອຍສຸດມີ 10 ຄົນເສຍຊີວິດ ແລະ 28 ຄົນຮັບບາດເຈັບ.
    |
 |
ທ່ານນາຍົກລັດຖະມົນຕີ ໂອຕາລິດ, Christian Stocker, ເຂົ້າຮ່ວມການຖະແຫຼງຂ່າວໃນວັນທີ 10-6-2025. ພາບ: REUTERS/Leonhard Foeger |
ວັນທີ 10 ມິຖຸນາ, ທ່ານນາຍົກລັດຖະມົນຕີ ໂອຕາລິດ, Christian Stocker ໄດ້ປະກາດໄວ້ທຸກລະດັບຊາດພາຍໃນ 3 ວັນ ພາຍຫຼັງເຫດຍິງປືນເກີດຂຶ້ນຢູ່ໂຮງຮຽນມັດທະຍົມຕອນປາຍທີ່ນະຄອນ Graz, ທັງທິດຕາເວັນອອກສ່ຽງໃຕ້ປະເທດນີ້, ເຮັດໃຫ້ຢ່າງໜ້ອຍສຸດມີ 10 ຄົນເສຍຊີວິດ ແລະ 28 ຄົນຮັບບາດເຈັບ.
ເມື່ອກ່າວຄຳເຫັນໃນການຖະແຫຼງຂ່າວຢູ່ Graz, ທ່ານລັດຖະມົນຕີກະຊວງພາຍໃນ Gerhard Karner ໃຫ້ຮູ້ວ່າ ໃນເຫດຍິງປືນຢູ່ໂຮງຮຽນ BORG Dreierschützengasse ນີ້ມີຜູ້ຖືກສົງໄສຄົນດຽວ ອາຍຸ 21 ປີ ເຊິ່ງເຄີຍເປັນນັກຮຽນຂອງໂຮງຮຽນແຫ່ງນີ້ ແຕ່ຮຽນບໍ່ຈົບ.
ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ໂອຕາລິດ Alexander Van der Belle ສະແດງຄວາມວິຕົກກັງວົນຕໍ່ເຫດບຸກໂຈມຕີດັ່ງກ່າວ. ທ່ານເນັ້ນໜັກວ່າ: ສິ່ງທີ່ເກີດຂຶ້ນຢູ່ໂຮງຮຽນໃນມື້ນັ້ນໄດ້ກະທົບຕໍ່ຫົວໃຈຂອງປະເທດນີ້. ທ່ານຮຽກຮ້ອງໃຫ້ປະຊາຊົນພ້ອມກັນຜ່ານຜ່າຄວາມເຈັບປວດນີ້.
ແຫຼ່ງຄັດຈາກ: vovworld.vn