ຕາມທ່ານ Jens Laerke ໂຄສົກຫ້ອງການປະສານງານບັນດາບັນຫາມະນຸດສະທຳ ສປຊ (OCHA) ມີລົດພຽງ 600 ຄັນໃນຈຳນວນ 900 ຄັນໄດ້ຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳໄດ້ຮັບການອະນຸຍາດໄປຍັງເຂດຊາຍແດນລະຫວ່າງອິດສະຣາແອນ ແລະເຂດກາຊາ ເທົ່ານັ້ນ ແຕ່ຍັງມີຫຼາຍສິ່ງກີດຂວາງດ້ານລະບຽບການ ແລະຄວາມໝັ້ນຄົງອັນໄດ້ເຮັດໃຫ້ການເຄື່ອນໄຫວຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳໄປຍັງເຂດນີ້ບໍ່ສາມາດປະຕິບັດໄດ້. ທ່ານ Jens Laerke ຍັງໃຫ້ຮູ້ວ່າບັນດານັກເຄື່ອນໄຫວມະນຸດສະທຳສາມາດຂົນສົ່ງແປ້ງເຂົ້າຈີ່, ປະເພດອາຫານສຸກໄປຍັງເຂດກາຊາ ເທົ່ານັ້ນ. ທ່ານມີຄວາມວິຕົກກັງວົນວ່າ ປຊຊ ຢູ່ເຂດກາຊາ ທັງໝົດອາດຈະຖືກອິດຫິວ.

ແຫຼ່ງຄັດຈາກ: vovworld.vn