ຕວກກີ ສະເໜີຈັດການພົບປະຂັ້ນສູງສາມຝ່າຍ ລັດເຊຍ-ຢູແກຼນ-ອາເມລິກາ
ຕວກກີ ຫວັງວ່າ ອາດຈະສິ້ນສຸດຮອບເຈລະຈາໂດຍກົງຄັ້ງທີ 1 ແລະທີ 2 ລະຫວ່າງລັດເຊຍ-ຢູແກຼນ.
ຕວກກີ ສະເໜີຈັດການພົບປະຂັ້ນສູງສາມຝ່າຍ ລັດເຊຍ-ຢູແກຼນ-ອາເມລິກາ ໃນສະພາບການທີ່ຕວກກີ ພວມມານະພະຍາຍາມເປັນກາງໄກ່ເກ່ຍ ຊຸກຍູ້ບັນດາຝ່າຍບັນລຸໄດ້ຂໍ້ຕົກລົງຢຸດຍິງສະບັບໜຶ່ງ.
ກ່າວຄຳເຫັນເມື່ອວັນທີ 30 ພຶດສະພາ ຢູ່ ອີແອບ ໃນການຢ້ຽມຢາມປູແກຼນ, ທ່ານ Hakan Fidan ລັດຖະມົນຕີການຕ່າງປະເທດຕວກກີ ໃຫ້ຮູ້ວ່າ ປະເທດນີ້ຫວັງວ່າ ອາດຈະສິ້ນສຸດຮອບເຈລະຈາໂດຍກົງຄັ້ງທີ 1 ແລະທີ 2 ລະຫວ່າງ ລັດເຊຍ-ຢູແກຼນ ດ້ວຍການພົບປະຂັ້ນສູງລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ດ້ວຍການເປັນກາງຂອງທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan.
ແຫຼ່ງຄັດຈາກ: vovworld.vn