ຫຼາຍສັນຍານຕັ້ງໜ້າພາຍຫຼັງການເຈລະຈາສັນຕິພາບລະຫວ່າງ ລັດເຊຍ-ຢູແກຼນ
ວັນທີ 16 ພຶດສະພາ, ຮອບເຈລະຈາສັນຕິພາບໂດຍກົງເປັນຄັ້ງອິດໃນເວລາສອງຊົ່ວໂມງລະຫວ່າງ ລັດເຊຍ ແລະຢູແກຼນ ພາຍຫຼັງກວ່າ 3 ປີ ໄດ້ສິ້້ນສຸດ.
ກ່າວຄຳເຫັນຕໍ່ວົງການນັກຂ່າວຫຼັງການເຈລະຈາ, ທ່ານ Vladimir Medinsky ຜູ້ຊ່ວຍວຽກປະທານາທິບໍດີລັດເຊຍ, ຫົວໜ້າຄະນະຜູ້ແທນລັດເຊຍ ທີ່ການເຈລະຈາກັບຢູແກຼນ ຢູ່ Istanbul ຕວັກກີ ໃຫ້ຮູ້ວ່າ ມົດສະກູ ມີຄວາມພຶງພໍໃຈຕໍ່ກັບໝາກຜົນຂອງການເຈລະຈາ ແລະພ້ອມແລ້ວທີ່ຈະສືບຕໍ່ເຈລະຈາກັບ ກີແອັບ ໃນອະນາຄົດ. ເຈົ້າໜ້າທີ່ທ່ານນີ້ກໍ່ເນັ້ນໜັກວ່າ ບັນດາການເຈລະຈາອາດຈະສືບຕໍ່ເມື່ອບັນດາຝ່າຍແລກປ່ຽນທັດສະນະກ່ຽວກັບຄຳສັ່ງຢຸດຍິງ.
ໃນຂະນະນັ້ນ ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການເຈລະຈາ, ທ່ານ Rustem Umerov ລັດຖະມົນຕີກະຊວງປ້ອງກັນປະເທດຢູແກຼນ ເນັ້ນໜັກວ່າ ການພົບປະຄັ້ງສຸດຍອດລະຫວ່າງການນຳສອງທ່ານ ຢູແກຼນ ແລະລັດເຊຍ ອາດຈະແມ່ນບາດກ້າວຕໍ່ໄປຫຼັງການເຈລະຈາໂດຍກົງທຳອິດລະຫວ່າງການນຳສອງປະເທດຢູ່ Istanbul, ປະເທດຕວກກີ. ທ່ານໃຫ້ຮູ້ວ່າ: ບຸລິມະສິດແຖວໜ້າຂອງ ກີແອັບ ໃນການເຈລະຈາແມ່ນຮັບປະກັນການແລກປ່ຽນສະເລີຍເສິກ ແລະບັນລຸໄດ້ຄຳສັ່ງຢຸດຍິງສະນັ້ນບາດກ້າວຕໍ່ໄປຄວນແມ່ນການພົບປະຂັ້ນການນຳ.
ແຫຼ່ງຄັດຈາກ: vovworld.vn