ໂດຍສືບຕໍ່ບັນດາການເຄື່ອນໄຫວຊຸກຍູ້ການຮ່ວມມືດ້ານເສດຖະກິດ ກັບບັນດາຄູ່ຮ່ວມມືເຂດອ່າວໃນການເດີນທາງໄປປະຕິບັດງານຢູ່ພາກຕາເວັນອອກກາງ, ຕອນຄ່ຳວັນທີ 15 ພຶດສະພາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ແຈ້ງໃຫ້ຊາບວ່າ ສາມາດບັນລຸໄດ້ບັນດາຂໍ້ຕົກລົງການຮ່ວມມືດ້ານເສດຖະກິດທີ່ມີມູນຄ່າ 200 ຕື້ USD ກັບການນຳ ສະຫະລັດ ອາຣັບ ເອມີເລັດ (UAE).

ຕາມແຈ້ງການຂອງທຳນຽບຂາວອາເມລິກາ ແລ້ວ, ໃນບັນດາຂໍ້ຕົກລົງຮ່ວມມືດ້ານເສດຖະກິດ ເຊິ່ງອາເມລິກາ ຫາກໍ່ລົງນາມກັບ UAE ມີຄຳໝັ້ນສັນຍາຮ່ວມມືທີ່ມີມູນຄ່າຂຶ້ນເຖິງ 14,5 ຕື້ USD ລະຫວ່າງສອງກຸ່ມບໍລິສັດໃຫຍ່ Boeing ແລະ GE Aerospace ຂອງອາເມລິກາ ກັບບໍລິສັດການບິນ Etihad Airways ຂອງ UAE. ເຖິງຢ່າງໃດກໍຕາມ, ຂໍ້ມູນລະອຽດຂອງຂໍ້ຕົກລົງຍັງບໍ່ທັນໄດ້ເຕື້ອງເຖິງ.

UAE ແມ່ນປະເທດທີສາມ ແລະປະເທດສຸດທ້າຍໃນການເດີນທາງໄປປະຕິບັດງານຢູ່ສາມປະເທດເຂດອ່າວຂອງທ່ານປະທານາທິບໍດີອາເມລິກາ Donald Trump.

ແຫຼ່ງຄັດຈາກ: vovworld.vn