leftcenterrightdel
ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskyy ທີ່ການຖະແຫຼງຂ່າວຢູ່ ກີແອັບ ໃນວັນທີ 13 ພຶດສະພາ 2025. ພາບ: Kyodo/ສໍານັກຂ່າວສານຫວຽດນາມ

ປີນີ້, ກອງປະຊຸມປະຊາຄົມດ້ານການເມືອງເອີລົບ (EPC) ດ້ວຍຫົວຂໍ້ “ເອີລົບໃໝ່ໃນໂລກໃໝ່: ສາມັກຄີ-ການຮ່ວມມື-ການກະທຳຮ່ວມ” ໂດຍເຕົ້າໂຮມຜູ້ຕາງໜ້າມາຈາກປະມານ 50 ປະເທດ ແລະອົງການຈັດຕັ້ງ. ໃນຂອບເຂດກອງປະຊຸມມີການພົບປະສອງຝ່າຍ, ການໂຮມປະຊຸມຕາມໜ່ວຍເພືື່ອປຶກສາຫາລືບັນດາບັນຫາຄວາມໝັ້ນຄົງທີ່ສຳຄັນ.

ເນ່ືອງໃນໂອກາດນີ້, ບັນດາການນຳເອີລົບ ໄດ້ພົບປະຢູ່ Tirana, ໃນວັນດຽວກັນ, ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ ໃຫ້ຮູ້ວ່າ ອີຢູ ພວມກະກຽມບ້ວງລົງໂທດໃໝ່ເພື່ອແນໃສ່ເພີ່ມກຳລັງດັນຕໍ່ປະທານາທິບໍດີລັດເຊຍ Vladimir Putin. ມາຮອດປະຈຸບັນ, ອີຢູ ໄດ້ຜ່ານ 17 ບ້ວງລົງໂທດເພື່ອເລ່ັງໃສ່ມົດສະກູ ແລ້ວ, ໃນນັ້ນບ້ວງໃໝ່ສຸດໂດຍໄດ້ຮັບຮອງເອົາໃນສັບປະດານີ້.

ແຫຼ່ງຄັດຈາກ: vovworld.vn