ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງ ຫວຽດນາມ - ອຸຊະເບັກກິດສະຖານ ເລິກເຊິ່ງກ່ວາອີກ
ກປ.ອອນໄລ - ວັນທີ 17 ພຶດສະພາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ-ອຸຊະເບັກກິດສະຖານ (ຂຶ້ນກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ) ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VI, ອາຍຸການ 2025-2030.
ບົດລາຍງານທີ່ກອງປະຊຸມໃຫຍ່ໄດ້ຊີ້ແຈ້ງວ່າ ໃນອາຍຸການ 2018-2025, ສະມາຄົມມິດຕະພາບຫວຽດນາມ - ອຸຊະເບັກກິດສະຖານ ໄດ້ຜັນຂະຫຍາຍຫຼາຍກິດຈະກໍາທີ່ອຸດົມສົມບູນ ແລະແທດຈິງ, ປະກອບສ່ວນເຂົ້າໃນການປັບປຸງ ແລະພັດທະນາສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ.
    |
 |
ຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່. ພາບ: nhandan.vn |
ໃນອາຍຸການຕໍ່ໄປ (2025-2030), ສະມາຄົມມິດຕະພາບ ຫວຽດນາມ - ອຸຊະເບັກກິດສະຖານ ວາງອອກເປົ້າໝາຍປ່ຽນແປງໃໝ່ ແລະຍົກສູງປະສິດທິຜົນການເຄື່ອນໄຫວ; ຍູ້ແຮງການໂຄສະນາເຜີຍແຜ່, ແນະນຳແນວທາງ, ນະໂຍບາຍການພົວພັນພາຍໃນປະເທດ ແລະຕ່າງປະເທດຂອງພັກ ແລະລັດ, ຜົນງານໃນກິດຈະການປ່ຽນແປງໃໝ່ຂອງຫວຽດນາມ, ກ່ຽວກັບປະເທດ ແລະຊາວຫວຽດນາມ ເພື່ອແນໃສ່ເຮັດໃຫ້ສາຍພົວພັນສາມັກຄີ, ມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ແລະອຸຊະເບັກກິດສະຖານ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະຄວາມກ້າວໜ້າທາງສັງຄົມ.
    |
 |
ຄະນະບໍລິຫານງານສະມາຄົມມິດຕະພາບຫວຽດນາມ - ອຸຊະເບັກກິດສະຖານ ອາຍຸການ 2025-2030 ສະເໜີຕົວທີ່ກອງປະຊຸມໃຫຍ່. ພາບ: nhandan.vn |
ສະມາຄົມມິດຕະພາບຫວຽດນາມ-ອຸຊະເບັກກິດສະຖານ ກໍ່ຕັ້ງເປົ້າໝາຍກໍ່ສ້າງ, ປັບປຸງອົງການຈັດຕັ້ງຂອງສະມາຄົມໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ ແລະພັດທະນາໃນທຸກດ້ານ ເພື່ອເປັນພື້ນຖານຊຸກຍູ້ການເຄື່ອນໄຫວພົວພັນຕ່າງປະເທດຂອງປະຊາຊົນ, ຍາດແຍ່ງເອົາການສະໜັບສະໜູນຂອງເພື່ອນມິດ ອຸຊະເບັກກິດສະຖານ ຕໍ່ກັບພາລະກິດສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດຂອງຫວຽດນາມ.
ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງຄະນະບໍລິຫານງານ ລວມມີ 48 ທ່ານ; ຄະນະປະຈໍາການປະກອບດ້ວຍ 13 ທ່ານ. ທ່ານ ລ້າຍຫງອກດວ່ານ, ອະດີດຫົວໜ້າກົມກົດລັບ (ກະຊວງການຕ່າງປະເທດ) ໄດ້ຮັບການເລືອກຕັ້ງ ເພື່ອດຳລົງຕຳແໜ່ງປະທານສະມາຄົມມິດຕະພາບຫວຽດນາມ - ອຸຊະເບັກກິດສະຖານ ອາຍຸການ 2025-2030.
ໂດຍ: ທູຈາງ