ອີຣານ ເຫັນດີຈະບໍ່ພັດທະນາອາວຸດນິວເຄຼຍ
ຮອບເຈລະຈາທີ 4 ກ່ຽວກັບບັນຫານິວເຄຼຍຂອງ ອີຣານ ຈະຈັດຂຶ້ນໃນວັນທີ 11 ພຶດສະພາ ຢູ່ນະຄອນຫຼວງ Muscat ຂອງ ໂອມານ.
ວັນທີ 9 ພຶດສະພາ, ທ່ານ Steve Witkoff, ທູດພິເສດຂອງປະທານາທິບໍດີ ອາເມລິກາ Donald Trump ຢູ່ຕາເວັນອອກກາງ ໃຫ້ຮູ້ວ່າ ອິຣານ ໄດ້ເຫັນດີຈະບໍ່ພັດທະນາອາວຸດນິວເຄຼຍ ກໍ່ຄື ຢັ້ງຢືນຈະບໍ່ຢາກກຳມະສິດອາວຸດປະເພດນີ້. ຕອບສຳພາດນັກຂ່າວໜັງສືພິມ Breitbart News ຂອງ ອາເມລິກາ, ທ່ານ Witkoff ໃຫ້ຮູ້ວ່າ ອີຣານ ໄດ້ຖະແຫຼງວ່າ ເຂົາເຈົ້າບໍ່ຢາກມີອາວຸດນິວເຄຼຍ ແລະອາເມລິກາ ເຊື່ອໝັ້ນຕໍ່ສິ່ງນີ້.
ໃນຖະແຫຼງການຂອງຕົນ, ທ່ານ Sayyid Badr Albusaidi, ລັດຖະມົນຕີການຕ່າງປະເທດ ໂອມານ ຊຶ່ງແມ່ນປະເທດສວມບົດບາດໃຈກາງໃນການເຈລະຈາ ໃຫ້ຮູ້ວ່າ ພາຍຫຼັງໄດ້ປຶກສາຫາລືກັບທັງອີຣານ ແລະ ອາເມລິກາ, ຮອບເຈລະຈາທີ 4 ຈະຈັດຂຶ້ນໃນວັນທີ 11 ພຶດສະພາຢູ່ນະຄອນຫຼວງ Muscat ຂອງໂອມານ.
ແຫຼ່ງຄັດຈາກ: vovworld.vn