ພິທີສາບານຕົວເຂົ້າດຳລົງຕຳແໜ່ງຂອງສັນທະປະປາ ລີໂອ ທີ 14 ອົງໃໝ່ ຈະດຳເນີນຢູ່ສະໜາມຫຼວງ ໂບດ Peter ດ້ວຍການເຂົ້າຮ່ວມຂອງການນຳໂລກຫຼາຍທ່ານ. ພິທີຈະແມ່ນຂີດໝາຍແຫ່ງການແຕ່ງຕັ້ງສັນທະປະປາອົງທຳອິດ ຖືສັນຊາດອາເມລິກາ ໃນປະຫວັດສາດ 2000 ປີຂອງໂຣມັນກາໂຕລິກ. ພາຍຫຼັງພິທີຮັບດຳລົງຕຳແໜ່ງຢ່າງເປັນທາງການ ໃນວັນທີ 18 ພຶດສະພາ, ການພົບປະຄັ້ງປະຖົມມະເລີກຂອງທ່ານ ກັບມະຫາຊົນຈະຖືກດຳເນີນໃນວັນທີ 21 ພຶດສະພາ.

ໜຶ່ງໃນບັນດາເຫດການທີ່ໜ້າສົນໃຈແມ່ນພິທີສະເຫຼີມສະຫຼອງໃຫຍ່ສະຫງວນໃຫ້ຊາວໜຸ່ມເຍົາວະຊົນ ຈັດຂຶ້ນແຕ່ວັນທີ 28 ກໍລະກົດ-ວັນທີ 3 ສິງຫາ.

ຫຼາຍສັນຍານໃຫ້ເຫັນວ່າ ສັນທະປະປາ ລີໂອ ທີ 14 ຈະເດີນຕາມເສັ້ນທາງກ້າວໜ້າຂອງຜູ້ດຳລົງຕຳແໜ່ງລຸ້ນກ່ອນ. ໄປຄຽງຄູ່ກັນນັ້ນ, ບັນດາຖະແຫຼງການກ່ອນນີ້ກໍ່ໃຫ້ເຫັນວ່າ ທ່ານ ອາດຈະຕິດກັບທິດສະດີຂອງສາສະໜາຄຼິດ ທີ່ເປັນມູນເຊື້ອ.

ແຫຼ່ງຄັດຈາກ: vovworld.vn