Kiev ພ້ອມແລ້ວທີ່ຈະປະຕິບັດຄຳສັ່ງຢຸດຍິງໃນເວລາ 30 ວັນ
ວັນທີ 8 ພຶດສະພາ, ທ່ານປະທານາທິບໍດີຢູແກຼນ Volodymyr Zelensky ແລະທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ໂອ້ລົມທາງໂທລະສັບ ເພື່ອປຶກສາຫາລືຄວາມມານະພະຍາຍາມແນໃສ່ຢຸດຕິການປະທະກັນລະຫວ່າງ ຢູແກຼນ ແລະ ລັດເຊຍ.
ໂດຍແບ່ງປັນທາງສື່ສັງຄົມອອນລາຍ, ການນຳ ຢູແກຼນ ໃຫ້ຮູ້ວ່າ ທ່ານໄດ້ແຈ້ງກັບທ່ານປະທານາທິບໍດີອາເມລິກາ ຮັບຊາບວ່າ Kiev ພ້ອມແລ້ວທີ່ຈະປະຕິບັດຄຳສັ່ງຢຸດຍິງໃນເວລາ 30 ວັນ “ເລີ່ມແຕ່ມື້ນີ້ໄດ້ເລີຍ” ແລະພວມລໍຖ້າຄຳຕອບຈາກຝ່າຍ ລັດເຊຍ ກ່ຽວກັບຂໍ້ສະເໜີດັ່ງກ່າວ. ກໍ່ຕາມທ່ານ Zelensky ແລ້ວ, ຢູແກຼນ ຍັງພ້ອມທີ່ຈະເຈລະຈາພາຍໃຕ້ທຸກຮູບແບບ, ຖ້າຫາກ ລັດເຊຍ ສະແດງຄວາມເຂັ້ມງວດໃນເລື່ອງຢຸດຕິການປະທະກັນ, “ເລີ່ມຕົ້ນດ້ວຍຄຳສັ່ງຢຸດຍິງຢ່າງຮອບດ້ານ ແລະບໍ່ມີເງື່ອນໄຂ”.
ສ່ວນຝ່າຍອາເມລິກາ, ໃນຖະແຫຼງການທີ່ໄດ້ເອົາລົງທາງສື່ສັງຄົມ Truth Social ພາຍຫຼັງການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ຢູແກຼນ, ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ, ຖ້າຫາກຂໍ້ຕົກລົງຢຸດຍິງບໍ່ໄດ້ຮັບການເຄົາລົບ, ອາເມລິກາ ແລະບັນດາປະເທດຄູ່ຮ່ວມມື ຂອງຕົນຈະສືບຕໍ່ຈັດວາງຄຳສັ່ງລົງໂທດ.
ແຫຼ່ງຄັດຈາກ: vovworld.vn