ວັນທີ 2 ພຶດສະພາ, ອາເມລິກາ ໄດ້ຢຸດຕິນະໂຍບາຍຍົກເວັ້ນພາສີສຳລັບສິນຄ້ານຳເຂົ້າຈາກ ຈີນ ທີ່ມີມູນຄ່າຕ່ຳກວ່າ 800 ໂດລາສະຫະລັດ. ການກະທຳດັ່ງກ່າວໄດ້ຮັບການຕີລາຄາວ່າ ອາດກໍ່ຜົນກະທົບຢ່າງໃຫຍ່ຫຼວງຕໍ່ບັນດາແອັບການຄ້າເອເລັກໂຕນິກທົ່ວໄປຂອງ ຈີນ, ເຊິ່ງເປັນບັນດາ platform ສະໜອງສິນຄ້າລາຄາຖືກທີ່ຜູ້ບໍລິໂພກ ອາເມລິກາ ນິຍົມ.

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ຕາມນັ້ນແລ້ວ, ນັບແຕ່ວັນທີ 2 ພຶດສະພາ, ສິນຄ້າຈາກ ຈີນ ທີ່ໄດ້ຂົນສົ່ງການຄ້າເຂົ້າໄປ  ອາເມລິກາ ຈະຖືກເສຍອັດຕາພາສີເພີ່ມເຕີມແມ່ນ 145% ບວກກັບອັດຕາພາສີໃນເມື່ອກ່ອນ, ຍົກເວັ້ນແຕ່ບັນດາຜະລິດຕະພັນຄື ໂທລະສັບມືຖືສະມາດໂຟນ ທີ່ໄດ້ຮັບການຕົກລົງໃຫ້ຍົກເວັ້ນແຕ່ເດືອນກ່ອນ. ເຖິງຢ່າງໃດກໍຕາມ, ສິນຄ້າທີ່ມີມູນຄ່າຕ່ຳກວ່າ 800 ໂດລາສະຫະລັດ ທີ່ສົ່ງຜ່ານທາງໄປສະນີ ອາເມລິກາ ຈະຕ້ອງເສຍລະດັບອັດຕາພາສີຕ່າງ, ເທົ່າກັບ 120% ມູນຄ່າສິນຄ້າ ຫຼື ອັດຕາພາສີຄົງທີ່ແມ່ນ 100 ໂດລາສະຫະລັດ ຕໍ່ກ່ອງສິນຄ້າ.

ຕາມຕົວເລກຈາກອົງການສະຖິຕິ ອາເມລິກາ ແລ້ວ, ສິນຄ້າທີ່ມີມູນຄ່າຕ່ຳຈາກ ຈີນ ເຂົ້າໄປ ອາເມລິກາ ລວມມູນຄ່າປະມານ 5,1 ຕື້ ໂດລາສະຫະລັດ ໃນປີ 2024.

ໂດຍ: ກວຽດເຕິມ