ນາຍົກລັດຖະມົນຕີການາດາ ຈະໄປອາເມລິກາ ເພື່ອພົບປະກັບທ່ານ Donald Trump
ວັນທີ 3 ພຶດສະພາ, ທ່ານ Mark Carneyນາຍົກລັດຖະມົນຕີການາດາ ໃຫ້ຮູ້ວ່າ ທ່ານຈະເດີນທາງໄປເຖິງນະຄອນຫລວງວິຊິງຕັນ ຂອງອາເມລິກາ ໃນວັນທີ 6 ພຶດສະພາ ເພື່ອພົບປະກັບທ່ານ ປະທານາທິບໍດີອາເມລິກາ Donald Trump.
ນີ້ຈະແມ່ນການພົບປະໂດຍກົງຄັ້ງທຳອິດຂອງການນຳສອງທ່ານ ນັບແຕ່ເມື່ອທ່ານ Carney ຮັບດຳລົງຕຳແຫນ່ງໃນວັນທີ 14 ມີນາ ແລະ ພາຍຫລັງການເລືອກຕັ້ງສະຫະລັດໃນວັນທີ 28 ເມສາ.
ຄາດວ່າ ການນຳສອງທ່ານຈະປຶກສາຫາລືກ່ຽວກັບຄວາມເຄ່ັງຕຶງດ້ານການຄ້າລະຫວ່າງອາເມລິກາ ແລະການາດາ ກໍ່ຄືເປີດຊ່ອງທາງໃຫ້ແກ່ການເຈລະຈາສົນທິສັນຍາດ້ານການຄ້າ ແລະຄວາມໝັ້ນຄົງໃໝ່ລະຫວ່າງສອງປະເທດ. ກ່າວຄຳເຫັນຕໍ່ນັກຂ່າວການາດາ, ທ່ານ Carney ໃຫ້ຮູ້ວ່າ: ທ່ານ ບໍ່ຢາກເຈລະຈາຢ່າງເປີດເຜີຍກັບອາເມລິກາ ແຕ່ຈະກ້າວເຂົ້າສູ່ການປຶກສາຫາລືດ້ວຍການກະກຽມຢ່າງລະອຽດ ບົນພື້ນຖານຮັບປະກັນຜົນປະໂຫຍດດີສຸດໃຫ້ແກ່ການາດາ. ທ່ານປາດຖະຫນາຢາກການປຶກສາຫາລືກັບການນຳອາເມລິກາ ເຖິງວ່າປະສົບກັບຄວາມຫຍຸ້ງຍາກ ແຕ່ມີລັກສະນະສ້າງສັນ.
ແຫຼ່ງຄັດຈາກ: vovworld.vn