leftcenterrightdel
ອາ​ເມ​ລິ​ກາ-ຢູ​ແກຼນ ເຊັນ​ຂໍ້​ຕົກ​ລົງ​ບໍ່​ແຮ່. ພາບ: ກະຊວງການເງິນອາເມລິກາ

ວັນທີ 30 ເມສາ, ອາເມລິກາ-ຢູແກຼນ ໄດ້ເຊັນຂໍ້ຕົກລົງບໍ່ແຮ່ພາຍຫຼັງຫຼາຍປີດຳເນີນການເຈລະຈາ ແລະມີຈຸດເວລາເກີດຄວາມເຄັ່ງຕຶງລະຫວ່າງການນຳສອງປະເທດ. ທ່ານລັດຖະມົນຕີກະຊວງການເງິນອາເມລິກາ Scott Bessent ແລະທ່ານຮອງນາຍົກລັດຖະມົນຕີ ຢູແກຼນ ນາງ Yulia Svyrydenko ໄດ້ເຊັນຂໍ້ຕົກລົງສະບັບນີ້.

ຂໍ້ຕົກລົງສະບັບນີ້ອະນຸຍາດໃຫ້ອາເມລິກາ ສຳຜັດກັບແຫຼ່ງທີ່ດິນຫາຍາກ ແລະບັນດາຊັບພະຍາກອນທຳມະຊາດອື່ນໆຂອງ ຢູແກຼນ ພ້ອມທັງອະນຸຍາດສ້າງຕັ້ງກອງທຶນລົງທຶນລວມໃຫ້ແກ່ການເຄື່ອນໄຫວສ້າງສາ ຢູແກຼນ ຄືນໃໝ່. ຕາມທ່ານຮອງນາຍົກລັດຖະມົນຕີ ຢູແກຼນ ນາງ Yulia Svyrydenko ແລ້ວ, ຕາມຂໍ້ຕົກລົງນີ້, ນອກຈາກການປະກອບດ້ານການເງິນໂດຍກົງ, ອາເມລິກາ ກໍ່ອາດຈະມີການໜູນຊ່ວຍໃໝ່ໃຫ້ແກ່ ຢູແກຼນ ຕົວຢ່າງຄື: ບັນດາລະບົບປ້ອງກັນທາງອາກາດ ແລະທ່ານນາງກໍ່ເນັ້ນໜັກວ່າ ກອງທຶນນີ້ຈະຊ່ວຍດຶງດູດການລົງທຶນທົ່ວໂລກເຂົ້າ ຢູແກຼນ.

ແຫຼ່ງຄັດຈາກ: vovworld.vn