ສ.ເກົາຫຼີ ເປີດປະຕູປ້ອມສັງເກດການຕິດກັບຊາຍແດນ ສປປ.ເກົາຫຼີ ຄືນໃໝ່
ແຂວງ Gangwon ຫວັງວ່າ ພາຍຫຼັງເປີດປະຕູປ້ອມສັງເກດການຄືນໃໝ່ ຫຼັງຈາກທີ່ຖືກຢຸດສະງັກເປັນເວລາ 3 ປີ ຍ້ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ, ການທ່ອງທ່ຽວຢ້ຽມຊົມຄວາມສະຫງົບປອດໄພຢູ່ເຂດນີ້ຈະມີຄວາມຟົດຟື້ນ.
ວັນທີ 6 ພຶດສະພາ, ອຳນາດການປົກຄອງແຂວງ Gangwon, ສ.ເກົາຫຼີ ໃຫ້ຮູ້ວ່າ ແຂວງນີ້ຈະເຄື່ອນໄຫວໂຄງການເສັ້ນທາງຊອຍສັນຕິພາບ DMZ Kaesong, ໃນນັ້ນມີການເປີດປະຕູປ້ອມສັງເກດການ Geumgangsan ຢູ່ເມືອງ Kaesong ຕິດກັບຊາຍແດນ ສປປ.ເກົາຫຼີ ຄືນໃໝ່, ນັບແຕ່ວັນທີ 9 ພຶດສະພາ ຫາວັນທີ 30 ພະຈິກ. ເສັ້ນທາງຊອຍສັນຕິພາບ DMZ Kaesong ລວມມີ 2 ທາງແຍກ A ແລະ B. ທາງແຍກ A ເສັ້ນທາງໄປ - ກັບມີຄວາມຍາວ 3,6 ກິໂລແມັດ ໄດ້ນຳເຂົ້າໃຊ້ງານນັບແຕ່ວັນທີ 29 ເມສາ ຜ່ານມາ.
    |
 |
ປ້ອມຍາມຂອງກອງທັບ ສປປ.ເກົາຫຼີ ແລະ ສ.ເກົາຫຼີ. ພາບ: AFP/ສໍານັກຂ່າວສານຫວຽດນາມ |
ສ່ວນເສັ້ນທາງແຍກ B, ປ້ອມສັງເກດການ Geumgangsan, ທີ່ຈະເປີດເຄື່ອນໄຫວຄືນໃໝ່ນັ້ນ ມີຄວາມຍາວ 7,2 ກິໂລແມັດ, ໃກ້ກັບ ສປປ.ເກົາຫຼີ ກວ່າ. ຕາມອຳນາດການປົກຄອງແຂວງ Gangwon ແລ້ວ, ເສັ້ນທາງເປີດນຳໃຊ້ໃໝ່ນີ້ ຈະຕ້ອນຮັບແຂກ 2 ເທື່ອຕໍ່ວັນ ໃນວັນອັງຄານ, ວັນພຸດ, ວັນສຸກ, ວັນເສົາ ແລະວັນອາທິດ, ໃນເວລາ 10 ໂມງເຊົ້າ ແລະ 14 ໂມງແລງ. ແຂກທ່ອງທ່ຽວສາມາດຍື່ນໃບລົງທະບຽນແບບທາງໄກຜ່ານເວັບໄຊທາງການຂອງ “ເສັ້ນທາງແຫ່ງສັນຕິພາບ”. ແຂວງ Gangwon ຫວັງວ່າ ພາຍຫຼັງເປີດປະຕູປ້ອມສັງເກດການຄືນໃໝ່ ຫຼັງຈາກທີ່ຖືກຢຸດສະງັກເປັນເວລາ 3 ປີ ຍ້ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ, ການທ່ອງທ່ຽວຢ້ຽມຊົມຄວາມສະຫງົບປອດໄພຢູ່ເຂດນີ້ຈະມີຄວາມຟົດຟື້ນ.
ແຫຼ່ງຄັດຈາກ: vovworld.vn