ວັນທີ 30 ເມສາ, ທ່ານນາຍພົນ Abdel Fattah al-Burhan, ປະທານສະພາອະທິປະໄຕເຊື່ອມຕໍ່ (TSC) ທັງເປັນຜູ້ບັນຊາການໃຫຍ່ບັນດາກຳລັງປະກອບອາວຸດ ຊູດັງ (SAF), ໄດ້ແຕ່ງຕັ້ງທ່ານ Dafallah al-Haj Ali ນັກການທູດມືອາຊີບ ເປັນຜູ້ຮັກສາການນາຍົກລັດຖະມົນຕີຄົນໃໝ່ຂອງປະເທດ ອາຟຼິກກາທີ່ພວມສັບສົນນີ້.
ກ່ອນນີ້ຜູ້ຮັກສາການນາຍົກລັດຖະມົນຕີ Dafallah al-Haj Ali ເຄີຍເປັນຜູ້ຕາງໜ້າຂອງ ຊູດັງ ຢູ່ ສປຊ ໃນສະໄໝອຳນາດການປົກຄອງປະທານາທິບໍດີ Omar al-Bashir ແລະມໍ່ໆມານີ້ທ່ານແມ່ນເອກອັກຄະລັດຖະທູດ ຊູດັງ ປະຈຳ Saudi Arabia. ທ່ານ Dafallah al-Haj Ali ແທນໃຫ້ທ່ານ Osman Hussein, ເປັນນາຍົກລັດຖະມົນຕີທີ່ມີລັກສະນະສັນຍາລັກໂດຍທ່ານ Abdel Fattah al-Burhan ແຕ່ງຕັ້ງພາຍຫຼັງການລັດຖະປະຫານປີ 2021 ໂຄ່ນລົ້ມລັດຖະບານຂ້າມຜ່ານຂອງທ່ານນາຍົກລັດຖະມົນຕີພົນລະເຮືອນ Abdalla Hamdok.
ແຫຼ່ງຄັດຈາກ: vovworld.vn
Type the code from the image