ການກະທຳດັ່ງກ່າວ ໄດ້ດຳເນີນພາຍຫຼັງທີ່ທ່ານຮັກສາການປະທານາທິບໍດີ, ນາຍົກລັດຖະມົນຕີ ຄົນເກົ່າ Han Duck – soo ແລະ ທ່ານຮອງນາຍົກລັດຖະມົນຕີຜູ້ຮັບຜິດຊອບບັນດາບັນຫາເສດຖະກິດ Choi Sang – mok ລາອອກຈາກຕຳແໜ່ງຕາມລຳດັບໃນຕອນບ່າຍ ແລະຕອນຄໍ່າວັນທີ 1 ພຶດສະພາ ເພື່ອຄາດຄະເນດຳເນີນການຫາສຽງເລືອກຕັ້ງໃນການເລືອກຕັ້ງປະທານາທິບໍດີ ວິສາມັນ ໃນວັນທີ 3 ມິຖຸນາ ຈະມາເຖິງດັ່ງນັ້ນຕາມກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານສ.ເກົາຫຼີ, ທ່ານ Lee Joo – ho ຮັບດຳລົງຕຳແໜ່ງເປັນຮັກສາການປະທານາທິບໍດີ.

ຜູ້ຮັກສາການປະທານາທິບໍດີຄົນໃໝ່ຂອງສ.ເກົາຫຼີ ໄດ້ອອກຄຳສັ່ງໃຫ້ກອງທັບປະເທດນີ້ຍົກລະດັບຄວາມພ້ອມຮັບມືກັບທຸກກໍລະນີຂຶ້ນເຖິງ “ລະດັບສູງສຸດ” ແລະຮຽກຮ້ອງໃຫ້ມີການກະກຽມຢ່າງລອບຄອບຖີ່ຖ້ວນເພື່ອຮັບປະກັນການເລືອກຕັ້ງປະທານາທິບໍດີໃນໄລຍະຈະມາເຖິງໄດ້ດຳເນີນຢ່າງ “ເປັນລະບຽບຮຽບຮ້ອຍ ແລະຍຸຕິທຳ”.

ແຫຼ່ງຄັດຈາກ: vovworld.vn