ຊາວເຂົ້າເມືອງແບບຜິດກົດໝາຍ ໄດ້ຮັບເງິນສົດເພື່ອອອກຈາກ ອາເມລິກາ ດ້ວຍຄວາມສະໝັກໃຈ
ກປ.ອອນໄລ - ຊາວເຂົ້າເມືອງແບບຜິດກົດໝາຍ ຈະໄດ້ຮັບເງິນສົດ 1.000 ໂດລາສະຫະລັດ ຕໍ່ຄົນເພື່ອອອກຈາກ ອາເມລິກາ ດ້ວຍຄວາມສະໝັກໃຈ.
ວັນທີ 05 ພຶດສະພາ, ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump ໄດ້ອອກແຈ້ງການວ່າ ຊາວເຂົ້າເມືອງແບບຜິດກົດໝາຍ ຈະໄດ້ຮັບເງິນສົດ 1.000 ໂດລາສະຫະລັດ ຕໍ່ຄົນເພື່ອອອກຈາກ ອາເມລິກາ ດ້ວຍຄວາມສະໝັກໃຈ. ຕາມແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບພາຍໃນ ອາເມລິກາ ແລ້ວ, ນອກຈາກຈຳນວນເງິນ 1.000 ໂດລາສະຫະລັດ, ຊາວເຂົ້າເມືອງແບບຜິດກົດໝາຍແຕ່ລະຄົນຍັງໄດ້ຮັບການໜູນຊ່ວຍກ່ຽວກັບຄ່າເດີນທາງ, ອາດຈະແມ່ນປີ້ຍົນ, ເພື່ອສະໝັກໃຈອອກຈາກ ອາເມລິກາ.
    |
 |
ເຮືອບິນຂົນສົ່ງການທະຫານ ອາເມລິກາ ສົ່ງຊາວເຂົ້າເມືອງຜິດກົດໝາຍອອກຈາກ ອາເມລິກາ. ພາບ: New York Times |
ຕາມກະຊວງປ້ອງກັນຄວາມສະຫງົບພາຍໃນອາເມລິກາ ແລ້ວ, ບ້ວງເງິນດັ່ງກ່າວ ຍັງຕ່ຳກວ່າລາຍຈ່າຍໃນການເນລະເທດຊາວເຂົ້າເມືອງແບບຜິດກົດໝາຍ ເຊິ່ງລວມມີບັນດາການຈັບຕົວ, ກັກຂັງຊົ່ວຄາວ ແລະ ເນລະເທດ, ດ້ວຍມູນຄ່າທັງໝົດອາດຈະຂຶ້ນເຖິງ 17.000 ໂດລາສະຫະລັດ. ນັບແຕ່ເມື່ອຮັບດຳລົງຕຳແໜ່ງເມື່ອເດືອນ ມັງກອນ, ທ່ານປະທານາທິບໍດີ Donald Trump ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເນລະເທດຊາວເຂົ້າເມືອງແບບຜິດກົດໝາຍນັບລ້ານຄົນທີ່ພວມດຳລົງຊີວິດ ແລະເຮັດວຽກຢູ່ ອາເມລິກາ. ໄລ່ມາຮອດປັດຈຸບັນ, ມີ 152.000 ຄົນ ຖືກເນລະເທດໄປຍັງຄຸກຕັ້ງຢູ່ອ່າວ Guantanamo ແລະ El Salvador.
ໂດຍ: ກວຽດເຕິມ