ວັນທີ 4 ພຶດສະພາ, ອົງການກູ້ໄພກູ້ຊີບ ແລະວຽກເຮັດງານທຳຂອງສະຫະປະຊາຊາດ ໃຫ້ສຳລັບຊາວລີ້ໄພ ປາແລັດສະຕິນ (UNRWA) ໄດ້ກ່າວເຕືອນສະພາບການມະນຸດສະທຳໃນທົ່ວເຂດ ກາຊາ “ພວມໄປເກີນຄວາມຄາດຄິດ” ແລະຮຽກຮ້ອງຄວາມມານະພະຍາຍາມສາກົນ ເພື່ອແກ້ໄຂສະພາບການດັ່ງກ່າວ.

ໃນຂະນະນັ້ນ, ໃນບົດກ່າວປາໄສ, ຫ້ອງການສື່ມວນຊົນ ໂດຍກຳລັງ Hamas ບໍລິຫານກໍ່ກ່າວເຕືອນໄພພິບັດມະນຸດສະທຳທີ່ຈະເກີດຂຶ້ນຢູ່ເຂດກາຊາ, ຍ້ອນບັນດາດ່ານຊາຍແດນສືບຕໍ່ຖືກປິດປະຕູ ແລະ ຄຳສັ່ງປິດລ້ອມຂອງ ອິດສະຣາແອັນ ທີ່ແກ່ຍາວເປັນເວລາກວ່າ 60 ວັນຜ່ານມາ.

ຫ້ອງການດັ່ງກ່າວກໍ່ໃຫ້ຮູ້ວ່າ, ເລື່ອງສະກັດກັ້ນການນຳເຂົ້ານົມຜົງໃຫ້ເດັກ, ອາຫານໂພສະນາການ ແລະການຊ່ວຍເຫຼືອມະນຸດສະທຳທຸກຮູບແບບເຂົ້າເຂດກາຊາ ໄດ້ເຮັດໃຫ້ເດັກນ້ອຍກວ່າ 70.000 ຄົນຕ້ອງເຂົ້າໂຮງໝໍ ຍ້ອນຂາດສານອາຫານຢ່າງຮ້າຍແຮງ; ເດັກກວ່າ 3.500 ຄົນອາຍຸຕ່ຳກວ່າ 5 ປີມີຄວາມສ່ຽງທີ່ຈະເສຍຊີວິດຍ້ອນອຶດຫິວ.

ແຫຼ່ງຄັດຈາກ: vovworld.vn