ວັນທີ 30 ເມສາ, ຂະບວນການອິດສະລາມ ຮາມາດສ ໃຫ້ຮູ້ວ່າ ອິດສະຣາແອັນ ຈະຕ້ອງປະເຊີນໜ້າກັບຄວາມກົດດັນຈຳນວນໜຶ່ງ ເພື່ອບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ເຂດກາຊາ. ຂ່າວດັ່ງກ່າວໄດ້ຍົກອອກມາກ່ອນການຢ້ຽມຢາມເຂດອ່າວຂອງປະທານາທິບໍດີ ອາເມລິກາ Donald Trump ໃນໄລຍະຈະມາເຖິງ.
ຄາດວ່າ, ປະທານາທິບໍດີ ອາເມລິກາ Donald Trump ຈະໄປຢ້ຽມຢາມ Saudi Arabia, UAE ແລະ Qatar ແຕ່ວັນທີ 13-16 ພຶດສະພາ. ນີ້ຈະແມ່ນການໄປປະຕິບັດງານຕ່າງປະເທດຢ່າງເປັນທາງການຄັ້ງທຳອິດຂອງທ່ານ ໃນອາຍຸການປະທານາທິບໍດີ ອາເມລິກາ ຜູ້ທີ 47. ເຈົ້າໜ້າທີ່ບໍ່ຢາກເຜີຍຊື່ຂອງ ຮາມາດສ ຖືວ່າ: ການໄປຢ້ຽມຢາມເຂດອ່າວທີ່ຈະມາເຖິງຂອງປະທານາທິບໍດີ Donald Trump ອາດຈະພາໄປເຖິງກຳລັງກົດດັນຈຳນວນໜຶ່ງສຳລັບ ອິດສະຣາແອັນ, ອາດຈະແມ່ນຄຳສັ່ງຢຸດຍິງສະບັບໜຶ່ງ ແລະສ້າງເງື່ອນໄຂໃຫ້ແກ່ການສະໜອງເຄື່ອງຊ່ວຍເຫຼືອມະນຸດສະທຳໃຫ້ແກ່ ກາຊາ.
ແຫຼ່ງຄັດຈາກ: vovworld.vn
Type the code from the image