leftcenterrightdel
ພາບປະກອບ: kpl.gov.vn

ຂົນສົ່ງສິນຄ້າຫລາຍກວ່າ 58.400.000 ໂຕນ ນັບແຕ່ຂະບວນລົດຜູ້ໂດຍສານສາກົນຕາມທາງລົດໄຟຈີນ-ລາວ ເປີດບໍລິການເມື່ອວັນທີ 13 ເມສາ ປີ 2023 ເປັນຕົ້ນມາ, “ຊ່ອງທາງຄຳ” ທີ່ເຊື່ອມຕໍ່ລະຫວ່າງ ສປ ຈີນ ກັບ ສປປ ລາວ ສາຍນີ້ໄດ້ເສີມຂະຫຍາຍບົດບາດຢ່າງຕໍ່ເນື່ອງ, ອາໄສຈຸດພິເສດທີ່ລາຄາບໍ່ແພງ ແລະສະດວກສະບາຍໄດ້ກາຍເປັນຮູບການສັນຈອນໄປມາອັນດັບໜຶ່ງ ສຳລັບຜູ້ໂດຍສານຈີນ ແລະຕ່າງປະເທດ ໄປມາຫາສູ່ກັນລະຫວ່າງ ສປ ຈີນ ກັບ ສປປ ລາວ ເພື່ອທ່ອງທ່ຽວ, ຮ່ຳຮຽນ, ເຮັດທຸລະກິດ ແລະ ດຳເນີນການແລກປ່ຽນດ້ານວັດທະນະທຳ. ຈຳນວນຜູ້ໂດຍສານສາກົນເຂົ້າອອກເມືອງແຕ່ລະມື້ ໂດຍຜ່ານທາງລົດໄຟ ຈີນ-ລາວ ໄດ້ເພິ່ມຈາກ 300 ເທື່ອຄົນໃນຕອນເລີ່ມຕົ້ນຂຶ້ນເປັນ 1.300 ເທື່ອຄົນສູງສຸດຢ່າງວ່ອງໄວ. ນັບແຕ່ປີນີ້ເປັນຕົ້ນມາ, ຈຳນວນຜູ້ໂດຍສານສາກົນ ຂ້າມຊາດໄດ້ບັນລຸຫຼາຍກວ່າ 100.000 ເທື່ອຄົນ, ເຊິ່ງເປັນທ່ວງທ່າທີ່ເພີ່ມຂຶ້ນຢ່າງແຂງແຮງ.

ແຫຼ່ງຄັດຈາກ: kpl.gov.la