ຕອນຄ່ຳວັນທີ 4 ພຶດສະພາ, ກອງທັບອາກາດ ອາເມລິກາ ສືບຕໍ່ເປີດການບຸກໂຈມຕີຫຼາຍຄັ້ງແນໃສ່ ເຢແມັນ, ຕີທຳລາຍບັນດາເປົ້າໝາຍຂອງຂະບວນການ Houthi. ຕາມບັນດາແຫຼ່ງຂ່າວ ອາຣັບ ແລ້ວ, ບັນດາການບຸກໂຈມຕີຄັ້ງຫຼ້າສຸດໃນຕອນຄ່ຳວັນທີ 4 ພຶດສະພາຂອງກອງທັບອາກາດ ອາເມລິກາ ແມ່ນແນໃສ່ເປົ້າໝາຍທ່າກຳປັ່ນຂົນສົ່ງເຊື້ອເພີງ Ras Isa ແລະ ເກາະ Karaman ຂຶ້ນກັບແຂວງ Hodeidah. ບັນດາເຂດນະຄອນຫຼວງ Sanaa ກໍ່ພວມຢູ່ໃນການຄວບຄຸມຂອງ Houthi, ເຮືອບິນ ອາເມລິກາ ກໍ່ດຳເນີນການບຸກໂຈມຕີຢ່າງໜ້ອຍສຸດ 3 ຄັ້ງແນໃສ່ບັນດາສາງອາວຸດຂອງ Houthi ຢູ່ແຫ່ງໜຶ່ງຂຶ້ນກັບທາງທິດໃຕ້ Sanaa. ບົດລາຍງານໃນເບື້ອງຕົ້ນໃຫ້ຮູ້ວ່າ, ບັນດາການບຸກໂຈມຕີທາງອາກາດເຮັດໃຫ້ຢ່າງໜ້ອຍສຸດມີ 1 ຄົນເສຍຊີວິດ ແລະ ນັບສິບຄົນຮັບບາດເຈັບ.
ໃນເຫດການທີ່ກ່ຽວຂ້ອງ, ວັນທີ 4 ພຶດສະພາ, ກອງທັບ ອິດສະຣາແອັນ ຢັ້ງຢືນວ່າ ກຳລັງ Houthi ໄດ້ຍິງລູກສອນໄຟນຳວິຖີເຂົ້າໃສ່ເຂດສະໜາມບິນສາກົນ Ben Gurion ຢູ່ທາງພາກກາງປະເທດນີ້ໃນຕອນເຊົ້າວັນດຽວກັນ.
ແຫຼ່ງຄັດຈາກ: vovworld.vn
Type the code from the image