ວັນທີ 3 ພຶດສະພາ, ຜູ້ມີສິດເລືອກຕັ້ງປະມານ 2,75 ລ້ານຄົນ ໄດ້ສະແດງວິໄສທັດຂອງຕົນເມື່ອປ່ອນບັດສະໜັບສະໜູນໃຫ້ບັນດາການນຳໃນອະນາຄົດຂອງປະເທດຊາດ. ນີ້ແມ່ນການເລືອກຕັ້ງຄັ້ງທີ 14 ຂອງ ສິງກະໂປ ນັບແຕ່ເມື່ອຍາດໄດ້ເອກະລາດ ແລະຮັບຖືວ່າ ນີ້ແມ່ນການທົດສອບທີ່ສຳຄັນສຳລັບທ່ານນາຍົກລັດຖະມົນຕີ Lawrence Wong, ຜູ້ສືບທອດຕຳແໜ່ງຈາກທ່ານ ຫຼີຊຽນຫຼົງ ແຕ່ປີ 2024. ໃນການເລືອກຕັ້ງຄັ້ງນີ້, ບັນດາພັກ ຈະແຂ່ງຂັນກັນເພື່ອຍາດໄດ້ 97 ບ່ອນນັ່ງຢູ່ສະພາແຫ່ງຊາດ, ແບ່ງເປັນ 33 ເຂດເລືອກຕັ້ງ, ລວມມີ 15 ເຂດເລືອກຕັ້ງຍ່ອຍ ແລະ 18 ເຂດເລືອກຕັ້ງເປັນກຸ່ມ.

leftcenterrightdel
ຜູ້ມີສິດເລືອກຕັ້ງປະມານ 2,75 ລ້ານຄົນ ໄປສະແດງວິໄສທັດຂອງຕົນ ເມື່ອໄປປ່ອນບັດເລືອກຕັ້ງ. ພາບ: ສໍານັກຂ່າວສານຫວຽດນາມ

ໃນ 9 ວັນຂົນຂວາຍຫາສຽງເລືອກຕັ້ງຜ່ານມາ, ປະຊາຊົນ ສິງກະໂປ ໄດ້ຮັບຟັງຫຼາຍນະໂຍບາຍຂອງແຕ່ລະພັກຜ່ານບັນດາໂຄງການຫາສຽງເລືອກຕັ້ງ, ການໂຮມຊຸມນຸມມິດຕິງ, ບັນດາການພົບປະຜູ້ມີສິດເລືອກຕັ້ງ, ດ້ວຍຈິດໃຈແກ້ງແຍ້ງຢ່າງເຄັ່ງຕຶງລະຫວ່າງບັນດາພັກການເມືອງ. ການເລືອກຕັ້ງທົ່ວປະເທດໃນປີນີ້ຂອງ ສິງກະໂປ ໄດ້ຮັບຖືວ່າ ແມ່ນການເລືອກຕັ້ງແຫ່ງວິໄສທັດ.

ແຫຼ່ງຄັດຈາກ: vovworld.vn