leftcenterrightdel
ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະທ່ານ Steve Witkoff ທູດພິເສດຂອງທ່ານປະທານາທິບໍດີອາເມລິກາ. ພາບ: Reuters

ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ການໂອ້ລົມສົນທະນາທີ່ໄດ້ດຳເນີນຢູ່ນະຄອນ Saint Petersburg ໄດ້ເປີດຊ່ອງທາງຕິດຕໍ່ພົວພັນທີ່ຈຳເປັນ ເພື່ອໃຫ້ການນຳລັດເຊຍ ແລະ ອາເມລິກາ ອາດສາມາດແລກປ່ຽນຂໍ້ມູນຂ່າວສານໂດຍທາງອ້ອມໃນສະພາບການຄວາມເຄັ່ງຕຶງກ່ຽວກັບການປະທະກັນຢູ່ ຢູແກຼນ ສືບຕໍ່ເກີດຂຶ້ນ. ເຖິງຢ່າງໃດກໍຕາມ, ທ່ານ Dmitry Peskov ຢັ້ງຢືນວ່າ ທີ່ການພົບປະດັ່ງກ່າວ, ທ່ານປະທານາທິບໍດີ Putin ຍັງບໍ່ທັນປຶກສາຫາລືຢ່າງລະອຽດກ່ຽວກັບວຽກງານກະກຽມໃຫ້ແກ່ການພົບປະໃນໄລຍະຈະມາເຖິງກັບຄູ່ຕຳແໜ່ງທ່ານ Donald Trump. ເຈົ້າໜ້າທີ່ທ່ານນີ້ເນັ້ນໜັກວ່າ ບໍ່ວ່າການພົບປະໃດລະຫວ່າງການນຳສອງປະເທດກໍ່ຕ້ອງໄດ້ຮັບການກະກຽມຢ່າງລະອຽດ.

ແຫຼ່ງຄັດຈາກ: vovworld.vn