ຫວຽດນາມ ມອບແຜນທີ່ເດີນທະເລ ແລະຈຸດພິກັດເສັ້ນພື້ນຖານ ຢູ່ອ່າວພາກເໜືອ ເຂົ້າບັນຊີສາລະບານຢູ່ສະຫະປະຊາຊາດ
ກປ.ອອນໄລ - ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ຫາກໍ່ປະກາດຢ່າງເປັນທາງການ ກ່ຽວກັບເລື່ອງຫວຽດນາມ ໄດ້ສໍາເລັດລະບຽບການມອບແຜນທີ່ເດີນທະເລ ແລະລາຍຊື່ຈຸດພິກັດພູມສາດທີ່ກ່ຽວຂ້ອງເຖິງ ເສັ້ນພື້ນຖານ ເຂົ້າບັນຊີສາລະບານຂອງສະຫະປະຊາຊາດ ເພື່ອຄິດໄລ່ລວງກວ້າງເຂດທະເລ ຢູ່ອ່າວພາກເໜືອ.
    |
 |
ເສັ້ນພື້ນຖານ ເພື່ອຄິດໄລ່ລວງກວ້າງເຂດທະເລຂອງຫວຽດນາມ ໃນອ່າວພາກເໜືອ. ພາບ: UN |
ແຈ້ງການໃນວັນທີ 12 ມີນາ 2025 ຂອງເລຂາທິການໃຫຍ່ສະຫະປະຊາຊາດ ທີ່ສົ່ງໃຫ້ບັນດາປະເທດສະມາຊິກ ຊີ້ແຈ້ງວ່າ ໃນວັນທີ 7 ມີນາ 2025, ສອດຄ່ອງກັບຂໍ້ 2 ມາດຕາ 16 ຂອງສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ດໍາເນີນການມອບແຜນທີ່ເດີນທະເລ ພ້ອມກັບລາຍຊື່ຈຸດພິກັດພູມສາດບັນດາຈຸດທີ່ກໍານົດເສັ້ນພື້ນຖານຊື່ໃຫ້ແກ່ຜືນແຜ່ນດິນທາງບົກຢູ່ອ່າວພາກເໜືອ ແລະເຂດແດນນອກເຂດທະເລຢູ່ຂົງເຂດນີ້ເຂົ້າບັນຊີສາລະບານຂອງສະຫະປະຊາຊາດ. ວັນທີ 14 ມີນາ 2025, ເວັບໄຊຂອງສະຫະປະຊາຊາດ ໄດ້ອັບເດດບັນດາຂໍ້ມູນລະອຽດກ່ຽວກັບເນື້ອໃນທີ່ມອບເຂົ້າບັນຊີສາລະບານໃນເວັບໄຊ www.un.org/Depts/los.
ແຈ້ງການຂອງເລຂາທິການໃຫຍ່ສະຫະປະຊາຊາດ ກໍຊີ້ແຈ້ງວ່າ, ຖະແຫຼງການຂອງລັດຖະບານຫວຽດນາມ ໃນວັນທີ 21 ກຸມພາ 2025 ກ່ຽວກັບເສັ້ນພື້ນຖານ ເພື່ອຄິດໄລ່ລວງກວ້າງເຂດທະເລ ຢູ່ອ່າວພາກເໜືອ ຈະໄດ້ລົງຂ່າວໃນສື່ສິ່ງພິມທາງການ ທີ່ມີຊື່ວ່າ “ຂ່າວກົດໝາຍທະເລ” ທີ່ຈະມາເຖິງຂອງສະຫະປະຊາຊາດ.
ໂດຍ: ໄຊຊະນະ